ການແຂ່ງຂັນການປະດິດສ້າງໃໝ່ຂອງຊາວໜຸ່ມ ເພື່ອບໍລິຫານ ແລະ ພັດທະນາລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຄັ້ງທີ Ⅶ ຮອບຊີງຊະນະເລີດ ໄດ້ຈັດຂຶ້ນ ທີ່ແຂວງຊິ່ງຫ່າຍ

lmcchina.org, July 27, 2023
Size:


ໃນວັນທີ 20 ທີ່ຜ່ານມາ, ການແຂ່ງຂັນການປະດິດສ້າງໃໝ່ຂອງຊາວໜຸ່ມ ເພື່ອບໍລິຫານ ແລະ ພັດທະນາລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຄັ້ງທີ  ຮອບຊີງຊະນະເລີດ ໄດ້ຈັດຂຶ້ນ ທີ່ມະຫາວິທະຍາໄລຊິ່ງຫ່າຍ.

ການແຂ່ງຂັນຄັ້ງນີ້ ດຳເນີນໄປພາຍໃຕ້ຫົວຂໍ້ກະສິກໍາແບບໃໝ່ ແລະ ຄວາມປອດໄພດ້ານສະບຽງອາຫານ. ໃນການແຂ່ງຂັນຮອບຄັດເລືອກເບື້ອງຕົ້ນ, ມີນັກສຶກສາທັງໝົດ 207 ຄົນ ຈາກ 6 ປະເທດໄດ້ຍື່ນສະໝັກເຂົ້າຮ່ວມແຂ່ງຂັນ, ຄື: ປະເທດກຳປູເຈຍ, ປະເທດຈີນ, ປະເທດລາວ, ປະເທດມຽນມ້າ, ປະເທດໄທ ແລະ ປະເທດຫວຽດນາມ, ແຕ່ໃນສຸດທ້າຍ, ມີ 20 ທີມນັກສຶກສາ ຈາກ ສະຖາບັນການສຶກສາຊັ້ນສູງ 9 ແຫ່ງ ໄດ້ຜ່ານຮອບຄັດເລືອກ ແລະ ເຂົ້າຮອບຊີງຊະນະເລີດ,ເຊິ່ງຈະໄດ້ເຂົ້າໄປແຂ່ງຂັນຊີງ 4 ລາງວັນແຂ່ງຂັນ ປະເພດໃນຮອບຊີງຊະນະເລີດ ໃນໄລຍະ 3 ມື້, ຄື: ລາງວັນ ບັນຫາທີ່ມີຄຸນຄ່າທີ່ສຸດ, ລາງວັນ ທີມງານທີ່ມີຫົວປະດິດສ້າງທີ່ສຸດ, ລາງວັນ ທີມງານລະຫວ່າງປະເທດດີເລີດທີ່ສຸດແລະ ລາງວັນ ແຜນງານການຈັດຕັ້ງປະຕິບັດດີເລີດທີ່ສຸດ.

    ນອກນັ້ນ, ການແຂ່ງຂັນຄັ້ງນີ້ ຍັງຈະປຶກສາຫາລື ແລະ ສ້າງຂໍ້ລິເລີ່ມທອງຄໍາ ຂອງ ຊາວໜຸ່ມປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແນໃສ່ບັນຫາການບໍລິຫານລຳນໍ້າ ແລະ ການພັດທະນາແບບຍືນຍົງ, ເປັນກິດຈະກໍາຮ່ວມກັນ ໃນການສົ່ງສຽງຂອງຊາວໜຸ່ມ 6 ປະເທດ ແລະ ສຽງຮຽກຮ້ອງຂອງຊາວໜຸ່ມ 6 ປະເທດ, ເພື່ອສ້າງເປັນ ສຽງຮ້ອງຂອງຊາວໜຸ່ມໃນການຮ່ວມມືພັດທະນາ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ.

    ທ່ານ ລຽວ ຈູ້ນຢູນ, ທີ່ປຶກສາກົມອາຊີ, ກະຊວງການຕ່າງປະເທດຈີນ ກ່າວວ່າ: ຊາວໜຸ່ມ ແມ່ນຄວາມຫວັງຂອງການຊຸກຍູ້ໃຫ້ການຮ່ວມມື ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ມີການພັດທະນາດ້ວຍຄຸນນະພາບສູງ, ການແຂ່ງຂັນການປະດິດສ້າງໃໝ່ ຂອງ ຊາວໜຸ່ມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແມ່ນກິດຈະກໍາສໍາຄັນ ຂອງ ການແລກປ່ຽນຄວາມຄິດຄວາມເຫັນ ແລະ ການສົມທົບສະຕິປັນຍາລະຫວ່າງຊາວໜຸ່ມ 6 ປະເທດ, ຫວັງວ່າກິດຈະກໍາຄັ້ງນີ້ຈະປະສົບຜົົນສຳເລັດຢ່າງຈົບງາມ ສະແດງໃຫ້ເຫັນຫົວຄິດປະດິດສ້າງ ແລະ ກຳລັງວັງຊາຂອງຊາວໜຸ່ມ 6 ປະເທດ.

    ທ່ານ ຮສ. ອຸດົມພົນ ເພັດໄພບົນ ຮອງອະທິການບໍດີ ມະຫາວິທະຍາໄລສົງຂານາຄະລິນ, ຕາງໜ້າຜູ້ເຂົ້າແຂ່ງຂັນລຸ້ນກ່ອນແລະ ທ່ານ ວັນສີ (Vansy) ວິຊາການປະສານງານໂຄງການຫຼຸດການປ່ອຍກາກບອນຂອງປ່າໄມ້ ໄດ້ກ່າວຄໍາເຫັນ ຕາມລໍາດັບ ໂດຍໄດ້ສະແດງຄວາມອວຍພອນໃຫ້ຈັດຕັ້ງການແຂ່ງຂັນກິດຈະກໍາຄັ້ງນີ້ ປະສົບຜົນສຳເລັດຢ່າງຈົບງາມ ແລະ ຝາກຄວາມຫວັງໃຫ້ມີການລົງເລິກການພັດທະນາ ແລະ ຊຸກຍູ້ຄວາມກ້າວໜ້າໄປພ້ອມກັນ.