ຜູ້ກໍ່ສ້າງທາງລົດໄຟຈີນ-ລາວເຊີນນາຍຄູ ແລະ ນັກຮຽນລາວຂີ່ລົດໄຟ ຈີນ - ລາວ ໄປທັດສະນະສຶກສາຢູ່ປະເທດຈີນ

lmcchina.org, July 23, 2023
Size:

ໃນວັນທີ 16 ທີ່ຜ່ານມາ ກຸ່ມບໍລິສັດທາງລົດໄຟຈີນ (China Railway Group Limited) ຊຶ່ງເປັນຫົວໜ່ວຍທີ່ເຂົ້າຮ່ວມການກໍ່ສ້າງທາງລົດໄຟຈີນ-ລາວ ໄດ້ຮ່ວມກັບໂຮງຮຽນປະຖົມມິດ ຕະພາບລາວ-ຈີນ ບ້ານໜອງປີງ ຈັດກິດຈະກໍາການແລກປ່ຽນ, ພ້ອມທັງໄດ້ເຊີນນາຍຄູແລະ ນັກຮຽນໜອງປີງຂີ່ລົດໄຟໄປທັດສະນະສຶກສາທີ່ປະເທດຈີນ.

ນາຍຄູ ແລະ ນັກຮຽນໂຮງຮຽນປະຖົມໜອງປີງ, ຜູ້ຕາງໜ້າຜູ້ປົກຄອງ ແລະ ພະນັກງານຂອງຫົວໜ່ວຍທີ່ເຂົ້າຮ່ວມໂຄງການການກໍ່ສ້າງທາງລົດໄຟຈີນ - ລາວ ຂອງ ກຸ່ມບໍລິິສັດທາງລົດໄຟຈີນ, ຜູ້ຕາງໜ້າຄອບຄົວ ກໍໄດ້ເຂົ້າຮ່ວມກິດຈະກໍາການແລກປ່ຽນຄັ້ງນີ້. ໃນນັ້ນ, ກຸ່ມບໍລິສັດທາງລົດໄຟຈີນ ໄດ້ມອບອຸປະກອນການຮຽນ-ການກິລາ ແລະ ອຸປະກອນອື່ນໆ ໃຫ້ແກ່ໂຮງຮຽນປະຖົມໜອງປີງ, ພ້ອມດຽວກັນນັ້ນ ຍັງໄດ້ເຊື້ອເຊີນຕົວແທນນາຍຄູ ແລະ ນັກຮຽນຂີ່ລົດໄຟ ຈີນ-ລາວ ເດີນທາງໄປທັດສະນະສຶກສາຢູ່ປະເທດຈີນ  ພາຍໃຕ້ຄໍາຂວັນ “ໜຶ່ງແລວ ໜຶ່ງເສັ້ນທາງ  ພົບກັນທີ່ປັກກິ່ງ”.

ໃນໄລຍະການກໍ່ສ້າງທາງລົດໄຟ ຈີນ-ລາວ ນັ້ນ, ສູນບັນຊາການໂຄງການກໍ່ສ້າງທາງລົດໄຟ ຈີນ-ລາວຂອງກຸ່ມບໍລິສັດທາງລົດໄຟຈີນ, ບໍລິສັດວິສາວະກໍາ ເລກ 2 ຂອງກຸ່ມບໍລິສັດທາງລົດໄຟຈີນ ໄດ້ “ຈັບຄູ່ກັບ” ໂຮງຮຽນປະຖົມໜອງປີງ,  ມອບສະໜາມກິລາກະຕໍ້, ໂຕະປິ່ງປ່ອງ, ອຸປະກອນເຄື່ອງຂຽນ ແລະ ອື່ນໆ, ພ້ອມທັງໄດ້ມີກິດຈະກໍາ “ການສອນເພີ່ມນອກໂມງຮຽນ”.

ທ່ານນາງ ພັນທອງ ຄໍາທອງມີ  ຜູ້ອໍານວຍການໂຮງຮຽນປະຖົມໜອງປີງ ກ່າວວ່າ ກຸ່ມບໍ ລິສັດທາງລົດໄຟຈີນ ກັບ ໂຮງຮຽນປະຖົມໜອງປີງ ແມ່ນສັກຂີພິຍານທີ່ຢັ້ງຢືນເຖິງ  ໄມຕີຈິດມິດຕະພາບອັນດີງາມໃນຍຸກໃໝ່ ລະຫວ່າງ ລາວ-ຈີນ, ຫວັງວ່າຈະໄດ້ຂີ່ລົດໄຟ ລາວ-ຈີນ ໄປທັດສະນະສຶກສາ, ແລກປ່ຽນທີ່ນະຄອນຫຼວງປັກກິ່ງ ແລະ ສືບຕໍ່ເພີ່ມທະວີ ມິດຕະພາບອັນດີງາມຂອງທັງສອງຝ່າຍໃຫ້ເລິກເຊິ່ງ ເພື່ອເປັນການປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວ ພັນລາວ-ຈີນ ໃຫ້ແໜ້ນແຟ້ນຂຶ້ນຕື່ມອີກບາດກ້າວໜຶ່ງ.

ທາງລົດໄຟ ຈີນ-ລາວ ແມ່ນ ໂຄງການສັນຍະລັກ ຂອງການຮ່ວມກັນສ້າງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ, ຊຶ່ງໃນວັນທີ 03 ທັນວາ 2021 ໄດ້ເປີດໃຫ້ບໍລິການຢ່າງເປັນທາງການ. ໃນວັນທີ 13 ເມສາ 2023 ນີ້, ທາງລົດໄຟຈີນ - ລາວ ໄດ້ເປີດຂະບວນລົດໄຟໂດຍສານສາກົນສອງສາຍທີ່ແລ່ນລະຫວ່າງສະຖານີຄຸນໝິງໃຕ້ຂອງຈີນ ແລະ ສະຖານີວຽງຈັນຂອງລາວໃນເວລາດຽວກັນ, ການເດີນທາງຈາກຄຸນໝິງຫານະຄອນຫຼວງວຽງຈັນ ສາ ມາດເດີນທາງຮອດໃນມື້ດຽວເລີຍ. ໂຮງຮຽນປະຖົມໜອງປີງ ແມ່ນໄດ້ສ້າງຕັ້ງຂຶ້ນໂດຍໄດ້ຮັບການຊ່ວຍເຫຼືອລ້າຈາກ  ສປ ຈີນ ໃນປີ 2012, ນັບແຕ່ນັ້ນເປັນຕົ້ນມາ,  ຝ່າຍຈີນ ກໍໄດ້ສົ່ງຄູອາສາສະໝັກໄປປະຕິບັດການສອນໃນໂຮງຮຽນດັ່ງກ່າວ, ພ້ອມທັງໄດ້ສະໜອງອຸປະກອນການຮຽນ-ການສອນ, ຊຶ່ງເປັນໂຄງການຕົວແບບຂອງມິດຕະພາບລະຫວ່າງ ສອງປະເທດລາວ-ຈີນ.