ກອງປະຊຸມສົນທະນາປຶກສາຫາລືການຮ່ວມມືດ້ານຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ LM ຈັດຂຶ້ນທີ່ມຽນມາ

lmcchina.org, July 23, 2023
Size:

ກອງປະຊຸມສົນທະນາປຶກສາຫາລືການຮ່ວມມືດ້ານຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ (LM) ຈັດຂຶ້ນທີ່ຢາງກຸ້ງ ປະເທດມຽນມາໃນວັນທີ 14 ຜ່ານມາ. ຊ່ຽວຊານຂອງບັນດາປະເທດທີ່ເຂົ້າຮ່ວມ ຕ່າງກໍເຫັນດີເປັນເອກະພາບກັນວ່າ 6 ປະເທດ LM  ຕ້ອງເພີ່ມກໍາລັງແຮງໃນການໂຈມຕີອາຊະຍາກໍາທາງອິນເຕີເນັດ ເປັນຕົ້ນການພະນັນອອນລາຍ ແລະ ການຕົວະຕົ້ມທາງໂທລະຄົມ (ມິດສາຊີບທາງໂທລະສັບ) ເພື່ອຫຼຸດຊ່ອງຫວ່າງການ ເຄື່ອນໄຫວທີ່ຜິດກົດໝາຍຂ້າມຊາດ.

ໃນທີ່ປະຊຸມ ທ່ານ U Kyaw Myo Htut  ຮອງລັດຖະມົນຕີກະຊວງການຕ່າງປະເທດ ມຽນມາ ໄດ້ກ່າວວ່າ ການຮ່ວມມື LM ໄດ້ກາຍເປັນກົນໄກການຮ່ວມມືເປັນຮູບປະທໍາທີ່ມີປະ ສິດທິພາບສູງສຸດໃນພາກພື້ນ, ຊຶ່ງການຮ່ວມມື LM  ໄດ້ຖືສໍາຄັນຕໍ່ການຮ່ວມມືດ້ານຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ, ການຈັດກອງປະຊຸມປຶກສາຫາລືຄັ້ງນີ້ກໍສອດຄ່ອງກັບສະພາບການປັດຈຸບັນຂອງພາກພື້ນ ແລະ ສາກົນ, ພ້ອມທັງເປັນເວທີໃນການເພີ່ມທະວີການຮ່ວມມືການແລກປ່ຽນດ້ານຄວາມປອດໄພຂອງບັນດາປະເທດໃນພາກພື້ນ. ຝ່າຍມຽນມາ ຍິນດີເຂົ້າຮ່ວມການຮ່ວມມື LM, ປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະເຖຍລະພາບ ແລະ ການພັດທະ ນາແບບຍືນຍົງຂອງພາກພື້ນ.

ທ່ານ ເສີນໄຮ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສ.ມຽນມາ ກ່າວວ່າ ບັນຫາຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ ນັບມື້ນັບເປັນໄພຄຸກຄາມຕໍ່ການດໍາລົງຄົງຕົວ ແລະ ການພັດ ທະນາຂອງມວນມະນຸດ. 6 ປະເທດ LM ຄວນຮ່ວມກັນສ້າງເຂດທົດລອງຂອງຂໍ້ລິເລີ່ມດ້ານຄວາມປອດໄພທົ່ວໂລກ, ເພື່ອດຳເນີນການຮ່ວມມືທີ່ມີປະສິດທິຜົນໃນການຮັບມືກັບລັດທິກໍ່ການຮ້າຍ, ການພະນັນອອນລາຍ ແລະ ການຕົວະຕົ້ມທາງໂທລະຄົມ, ການຄ້າມະນຸດ ແລະ ຂົງເຂດຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມອື່ນໆ. ການພັດທະນາແມ່ນຂໍກະແຈສໍາຄັນຂອງການແກ້ໄຂບັນຫາດ້ານຄວາມປອດໄພ, ຝ່າຍຈີນຍິນດີສືບຕໍ່ຮ່ວມກັບບັນດາປະເທດແມ່ນໍ້າຂອງເພື່ອສ້າງຈຸດຂະຫຍາຍຕົວໃໝ່ ຂອງການຮ່ວມມືດ້ານຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ, ຮ່ວມກັນສ້າງສະພາບແວດລ້ອມປະເທດຂອງຕົນທີ່ເຕັມໄປດ້ວຍສັນຕິພາບ,ຄວາມສະຫງົບແລະ ຄວາມຈະເລີນຮຸ່ງເຮືອງ.

ກອງປະຊຸມຄັ້ງນີ້ ຈັດໂດຍສະຖາບັນຄົ້ນຄວ້າຍຸດທະສາດ ແລະ ບັນຫາສາກົນມຽນມາ, ໂດຍໄດ້ຮັບການສະໜັບສະໜູນຈາກກອງທຶນສະເພາະກິດການຮ່ວມມື LM , ມີຜູ້ຕາງໜ້າຈາກທູຕານຸທູດປະເທດ, ຜູ້ຊ່ຽວຊານ, ນັກຄົ້ນຄວ້າ ຈາກປະເທດ LM ທີ່ປະຈໍາມຽນມາ ເຂົ້າຮ່ວມປະມານ 100 ຄົນ.