ສະຫະພັນກຳມະບານແຫ່ງຊາດຈີນໄດ້ຮັບ “ຫຼຽນໄຊມິດຕະພາບ” ຈາກລັດຖະບານລາວ

CRI, July 21, 2023
Size:

ວັນທີ 20 ກໍລະກົດ 2023, ພິທີທີ່ສະຫະພັນກຳມະບານແຫ່ງຊາດຈີນຮັບຫຼຽນໄຊມິດຕະພາບຈາກລັດຖະບານລາວໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ກຳມະການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານສູນກາງສະຫະພັນກຳມະບານລາວໄດ້ຕາງໜ້າລັດຖະບານລາວມອບ “ຫຼຽນໄຊມິດຕະພາບ” ໃຫ້ແກ່ສະຫະພັນກຳມະບານແຫ່ງຊາດຈີນ.

ຫຼັງຈາກພິທີດັ່ງກ່າວ, ສະຫະພັນກຳມະບານສອງປະເທດໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມືປີ 2023-2027. ອີງຕາມບົດບັນທຶກດັ່ງກ່າວ, ກຳມະບານສອງປະເທດຈະດຳເນີນກິດຈະກຳແລກປ່ຽນ ແລະຮ່ວມມືຕ່າງໆ, ເຊັ່ນ: ສົ່ງຄະນະຜູ້ແທນຢ້ຽມຢາມເຊິ່ງກັນ ແລະ ກັນ, ຊ່ວຍອົບຮົມພະນັກງານສູນກາງສະຫະພັນກຳມະບານລາວ ແລະ ອື່ນໆ, ເພື່ອແລກປ່ຽນຄວາມຄິດຄວາມເຫັນ ແລະ ປະສານງານກັນຢ່າງແໜ້ນແຟ້ນ, ຮ່ວມກັນຊົມໃຊ້ຂໍ້ມູນຂ່າວສານ ແລະ ສະໜັບສະໜູນເຊິ່ງກັນ ແລະກັນ.