ຄະນະນັກຂ່າວຈາກປະເທດ LM ມາສຳຜັດກັບມົນສະເໜ່ຂອງນະຄອນຄຸນໝິງ

lmcchina.org, July 17, 2023
Size:

ຄະນະນັກຂ່າວ LM ໄປຢ້ຽມຊົມ ຫ້ອງສະຕູດິໂອ ຂອງສະຖາບັນຂ່າວ ມະຫາວິທະຍາໄລຢູນນານ.


ກິດຈະກຳການການສືບແລະການເກັບກຳຂ່າວ ພາຍໃຕ້ຫົວຂໍ້ສະເພາະຂອງການຮ່ວມມືທາງສື່ມວນຊົນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ (LM) ໄດ້ດຳເນີນໄປແຕ່ວັນທີ 2 ຫາ ວັນທີ 5 ກໍລະກົດທີ່ຜ່ານມາ. ໃນໄລຍະຢ້ຽມຢາມນະຄອນຄຸນໝິງ ແຂວງຢູນນານນັ້ນ, ຄະນະນັກຂ່າວໄດ້ໄປຢ້ຽມຢາມມະຫາວິທະຍາໄລຢູນນານ, ສຳນັກງານໜັງສືພິມລາຍວັນຢູນນານ, ຕະຫຼາດກາງຄືນນານຊຽງ, ສະຖານີຜະລິດໄຟຟ້າຈາກພະລັງງານລົມທິດຕາເວັນຕົກຟູ້ຢວນ ແລະ ສະຖານີສ້ອມແປງລົດໄຟ EMU ຄຸນໝິງ ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:

ຄະນະນັກຂ່າວແລກປ່ຽນຄຳຄິດເຫັນກັບນັກສຶກສາ.

ຄະນະນັກຂ່າວຢ້ຽມຊົມຫໍສະໝຸດຂອງມະຫາວິທະຍາໄລຢູນນານ.


ໃນເວລາໄປຢ້ຽມຢາມມະຫາວິທະຍາໄລຢູນນານນີ້, ພໍດີຖືກັບໄລຍະທີ່ມະຫາວິທະຍາໄລ ກຳລັງຂໍ່ານັບຮັບຕ້ອນແລະຊົມເຊີຍວັນສ້າງຕັ້ງມະຫາວິທະຍາໄລ ຄົບຮອບ 100 ປີ. ມະຫາວິທະຍາໄລຢູນນານມີສະພາບແວດລ້ອມທີ່ສວຍສົດງົດງາມແລະເຕັມໄປດ້ວຍກິ່ນຫອມຫວນຂອງດອກໄມ້ຊະນິດຕ່າງໆ. ສໍາລັບສຳນັກໜັງສືພິມລາຍວັນຢູນນານແລ້ວ, ເນື້ອໃນການລາຍງານຂ່າວແມ່ນໄດ້ມີກະແສຕອບຮັບເປັນຢ່າງດີໃນພາກພື້ນ LM. ໃນການໄປທ່ຽວຊົມຕະຫຼາດກາງຄືນ ນານຊຽງ ທີ່ຕັ້ງຢູ່ເຂດຫວູຮົວ ນະຄອນຄຸນໝິງນັ້ນ, ໄດ້ເຫັນຊາວຄ້າຂາຍກຳລັງຂາຍເຄື່ອງອາຫານທ້ອງຖິ່ນພາກພື້ນອາຊີອາຄະເນຂອງຢ່າງຄຶກຄື້ນ, ເຊັ່ນ: ເຂົ້າໜົມໄສ້ດອກໄມ້ສົດ, ປີ້ງແຜ່ນແປ້ງເຂົ້າ, ກາເຟລາວ, ເຝີຫວຽດນາມ, ເຂົ້າໜຽວໝາກມ່ວງແບບໄທ ເປັນຕົ້ນ. ໃນເວລາໄປທ່ຽວຊົມສະຖານີຜະລິດໄຟຟ້າຈາກພະລັງງານລົມທິດຕາເວັນຕົກຟູ້ຢວນ, ໄດ້ຮູ້ວ່າ ສະຖານີດັ່ງກ່າວເປັນຖານການຜະລິດໄຟຟ້າຈາກພະລັງງານລົມຢູ່ເຂດພູພຽງ ທີ່ມີກຳລັງຕິດຕັັ້ງສູງສຸດຂອງຈີນໃນປັດຈຸບັນ, ເຊິ່ງຕັ້ງຢູ່ເທິງຈອມພູ ແລະ ໄດ້ສ້າງເປັນພາບບັນຍາກາດທີ່ອະລັງການຫຼາຍ; ຢູ່ສະຖານີລົດໄຟຄວາມໄວສູງ, ຂະບວນລົດໄຟຄວາມໄວສູງຂອງຈີນ ໄດ້ແລ່ນຜ່ານສະຖານີຢ່າງໄວວາປານສາຍຟ້າແມບໂດຍບໍ່ຢຸດຈອດ...ພາບທີ່ໄດ້ເຫັນດັ່ງກ່າວນີ້ລ້ວນແຕ່ໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງໃຫ້ແກ່ຄະນະນັກຂ່າວ LM ທີ່ມາຢ້ຽມຢາມນະຄອນຄຸນໝິງໃນຄັ້ງນີ້.

ຄະນະນັກຂ່າວຢ້ຽມຊົມຫໍວາງສະແດງປະຫວັດສາດ ຂອງ ສຳນັກງານໜັງສືພິມລາຍວັນຢູນນານ.

ຄະນະນັກຂ່າວຖ່າຍຮູບຢູ່ຖານການຜະລິດໄຟຟ້າຈາກພະລັງງານລົມທິດຕາເວັນຕົກ ຟູ້ຢວນ.

ຄະນະນັກຂ່າວຢ້ຽມຊົມ ແລະ ແລກປ່ຽນບົດຮຽນຢູ່ສະຖານີສ້ອມແປງຂະບວນລົດໄຟ EMU ຄຸນໝິງ.