ລົດໂດຍສານສາກົນນະຄອນຫຼວງຮ່າໂນ້ຍຫວຽດນາມ-ນະຄອນໜານໜິງຈີນຟື້ນຟູການບໍລິການ

CRI, July 13, 2023
Size:

ເວລາ 10 ໂມງຂອງວັນທີ 11 ກໍລະກົດນີ້, ລົດໂດຍສານສາກົນນະຄອນຫຼວງຮ່າໂນ້ຍຫວຽດນາມ-ນະຄອນໜານໜິງຈີນຟື້ນຟູການບໍລິການຢ່າງເປັນທາງການເປັນຄັ້ງທຳອິດພາຍຫຼັງເກີດການແພ່ລະບາດຂອງພະຍາດໂຄວິດ-19.

ການຟື້ນຟູການບໍລິການລົດໂດຍສານດັ່ງກ່າວ, ພາຍຫຼັງລົດ ແລະ ຜູ້ໂດຍສານແຈ້ງຜ່ານດ່ານແລ້ວ, ລົດສາມາດແລ່ນເຂົ້າແດນຈີນໄດ້ໂດຍຜ່ານດ່ານມິດຕະພາບໂດຍກົງ, ບໍ່ຕ້ອງໃຊ້ລົດຈີນໄປຮັບຜູ້ໂດຍສານຢູ່ດ່ານອີກ ເຊິ່ງໄດ້ບັນລຸການບໍລິການຂົນສົ່ງໂດຍກົງລະຫວ່າງນະຄອນຫຼວງຮ່າໂນ້ຍຂອງຫວຽດນາມ ແລະ ນະຄອນໜານໜິງຂອງເຂດກວາງຊີຈີນ.