ລັດວິສາຫະກິດຕາຂ່າຍໄຟຟ້າພາກໃຕ້ຈີນ ເສີມຂະຫຍາຍການຮ່ວມມືດ້ານພະລັງງານໄຟຟ້າ ກັບພາກພື້ນລຽບຕາມລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ

lmcchina.org, July 11, 2023
Size:

ໃນວັນທີ 1 ກໍລະກົດທີ່ຜ່່ານມາ, ທີມສໍາພາດ ທີ່ປະກອບດ້ວຍພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນພາກລັດ ຂອງ 6 ປະເທດລຽບຕາມລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄດ້ເຂົ້າໄປຢ້ຽມຊົມລັດວິສາຫະກິດຕາຂ່າຍໄຟຟ້າພາກໃຕ້ຈີນ.

ຂອບເຂດການດໍາເນີນທຸລະກິດ ແລະ ໃຫ້ບໍລິການ ຂອງລັດວິສາຫະກິດ ຕາຂ່າຍໄຟຟ້າພາກໃຕ້ຈີນ ຕິດກັບເຂດຮົງກົງ ແລະ ມາກາວ, ທັງເຊື່ອມຕໍ່ກັບຕາຂ່າຍໄຟຟ້າຂອງປະເທດຫວຽດນາມ, ລາວ, ມຽນມ້າ ແລະ ປະເທດໃກ້ຄຽງ. ຕະຫຼອດໄລຍະທີ່ຜ່ານມາ, ລັດວິສາຫະກິດ ຕາຂ່າຍໄຟຟ້າພາກໃຕ້ຈີນ ໄດ້ມີສ່ວນຮ່ວມເຂົ້າໃນການຮ່ວມກັນສ້າງສາ ໜຶ່ງແລວ ໜຶ່ງເສັ້ນທາງດ້ວຍຄຸນນະພາບສູງ ໂດຍໄດ້ຊຸກຍູ້ການຈັດຕັ້ງປະຕິບັດໂຄງການສຳຄັນຕ່າງໆ, ເຊັ່ນ: ການເຊື່ອມຕໍ່ກັບຕາຂ່າຍໄຟຟ້າຂອງບັນດາປະເທດໃກ້ຄຽງ ແລະ ການສະ ໜອງໄຟຟ້າຈາກພາຍນອກ ໃຫ້ແກ່ເສັ້ນທາງລົດໄຟ ລາວ-ຈີນ ເປັນຕົ້ນ, ໄດ້ຊຸກຍູ້ປັບປຸງການຄຸ້ມຄອງ ໂຄງການ ລົງທຶນຕ່າງປະເທດຕ່າງໆ ເຊັ່ນ: ໂຄງການໂຮງງານຜະລິດໄຟຟ້າໄລຍະທີໜຶ່ງ ວິນຕັນ ປະເທດຫວຽດນາມ ແລະ ເຂື່ອນໄຟຟ້າເລກ 1 ນໍ້າທາຂອງປະເທດລາວເປັນຕົ້ນ, ແລະໄດ້ກໍ່ສ້າງໂຄງການຮັບເໝົາລວມຕ່າງປະເທດຕ່າງໆ ເຊັ່ນ ໂຄງການຕາຂ່າຍໄຟຟ້າພາກເໜືອລະດັບ 230 Kຂອງປະເທດລາວເປັນຕົ້ນ ເພື່ອອອກແຮງຊຸກຍູ້ການຮ່ວມມືດ້ານພະລັງງານໄຟຟ້າ ກັບພາກພື້ນລຽບຕາມລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ.

 ການປົກປັກຮັກສາລະບົບນິເວດ, ການຊົມໃຊ້ໝາກຜົນຮ່ວມກັນ ແລະ ຮັບໄຊຊະນະຮ່ວມກັນແບບຕ່າງຝ່າຍຕ່າງຮັບຜົນປະໂຫຍດ. ການຊຸກຍູ້ການສ້າງສາ ໜຶ່ງແລວ ໜຶ່ງເສັ້ນທາງເພື່ອໃຫ້ປະຊາຊົນທີ່ອາໄສຢູ່ລຽບຕາມເສັ້ນທາງດັ່ງກ່າວໄດ້ດໍາລົງຊີວິດຢ່າງຢູ່ເຢັນເປັນສຸກ, ເຊິ່ງການສ້າງສາ ເສັ້ນທາງລົດໄຟ ລາວ-ຈີນ ກໍເປັນຕົວແບບທີ່ໜ້າປະທັບໃຈທີ່ສຸດ. ທ່ານ ນາງ ຈ້າວ ມິງຢຽນ ພະນັກງານລາວ ຂອງ ບໍລິສັດ ໄຟຟ້າ ລາວ-ຈີນ ຈໍາກັດລັດວິສາຫະກິດຕາຂ່າຍໄຟຟ້າພາກໃຕ້ຈີນ ໄດ້ກ່າວວ່າ. ໂຄງການການສະໜອງໄຟຟ້າຈາກພາຍນອກ ສຳລັບການນໍາໃຊ້ໄຟຟ້າຂອງເສັ້ນທາງລົດໄຟ ລາວ-ຈີນ ໄດ້ຮັບໃຊ້ໃຫ້ແກ່ການພັດທະນາແບບສີຂຽວຂອງລາວເປັນຢ່າງດີ.