ຂອບໃຈທ່ານໝໍຈີນ ທີ່ຊ່ວຍໃຫ້ເດັກນ້ອຍໄດ້ມີໂອກາດກັບຄືນມາດໍາລົງຊີວິດແບບປົກກະຕິ

Yunnan Gateway, July 6, 2023
Size:

ຂອບໃຈທີມງານທ່ານໝໍຈີນ ທີ່ໄດ້ສະໜອງໂອກາດການໃຊ້ຊີວິດແບບປົກກະຕິໃຫ້ແກ່ນາງນ້ອຍ, ເຊື່ອໝັ້ນວ່າ ຄະນະຊ່ຽວຊານການແພດຈີນ ຈະຊ່ວຍປ່ຽນແປງຊາຕາກໍາຂອງລູກສາວ. ນາງ ສີວິໄລ ວັນນະວົງ ຜູ້ເປັນແມ່ຂອງນາງນ້ອຍອາຍຸ 6 ປີ ເຊິ່ງປ່ວຍເປັນພະຍາດຫົວໃຈມາແຕ່ກໍາເນີດ. ກ່ອນໜ້ານີ້, ລູກສາວຂອງລາວ ໄດ້ຮັບການປິ່ນປົວຈາກໂຄງການການຮ່ວມມືທາງການແພດ “ຮ່ວມກັນກວດກາ ແລະ ປິ່ນປົວພະຍາດຫົວໃຈມາແຕ່ກໍາເນີດ ລາວ-ຈີນ”, ແລະໄດ້ອອກຈາກໂຮງໝໍຢ່າງປອດໄພ.

ທ້າຍເດືອນມິຖຸນາທີ່ຜ່ານມາ, ພາຍໃຕ້ການຊ່ວຍປະສານງານຂອງອົງການຈັດຕັ້ງບໍ່ສັງກັດລັດຖະບານສະມາຄົມການສົ່ງເສີມການແລກປ່ຽນສາກົນ ໂຄງການຮ່ວມມືດ້ານການແພດເທື່ອນີ້ແມ່ນຮ່ວມກັນດໍາເນີນຂຶ້ນໂດຍໂຮງໝໍຟູ້ວ້າຍ ທີ່ຂຶ້ນກັບມະຫາວິທະຍາໄລການແພດ ແລະ ເຕັກໂນໂລຊີຈີນ, ໂຮງໝໍປິ່ນປົວພະຍາດຫົວໃຈ ຟູ້ວ້າຍ ແຂວງຢຸນນານ, ສະມາຄົມມູນິທິຈີນ ແລະ ຫ້ອງການຂ່າວສານອໍານາດການປົກຄອງແຂວງຢຸນນານ. ຄະນະການແພດຈີນ ທີ່ມີເຕັກນິກ ແລະ ອຸປະກອນການແພດທັນສະໄໝ ໄດ້ໄປຮອດເມືອງໄຊແຂວງອຸດົມໄຊ, ຫຼວງພະບາງ, ນະຄອນຫຼວງວຽງຈັນ ແລະ ແຂວງຕ່າງໆ ເພື່ອດໍາເນີນການກວດກາພະຍາດຫົວໃຈມາແຕ່ກໍາເນີດ ໃຫ້ແກ່ເດັກນ້ອຍນັກຮຽນອະນຸບານ, ປະຖົມ, ມັດທະຍົມ ເກືອບ 6.000 ຄົນ ທີ່ມີອາຍຸລະຫວ່າງ 3 – 18 ປີ.

ໂດຍຜ່ານການກວດກາ, ຄະນະການແພດຈີນ ໄດ້ຈັດສັນພະນັກງານການແພດລາວ-ຈີນ ດໍາເນີນການປິ່ນປົວໃຫ້ແກ່ ເດັກນ້ອຍທີ່ເປັນພະຍາດຫົວໃຈມາແຕ່ກໍາເນີດ 4 ຄົນ ຢູ່ລົດປະຕິບັດການຜ່າຕັດເຄື່ອນທີ່ຂອງໂຮງໝໍປິ່ນປົວພະຍາດຫົວໃຈ ຟູ້ວ້າຍ ແຂວງຢຸນນານ, ພ້ອມທັງໄດ້ວາງແນວທາງການປິ່ນປົວຂັ້ນຕໍ່ໄປໃຫ້ແກ່ເດັກຄົນອື່ນໆຕາມແຜນ.

ລູກຊາຍ ຂອງນາງ ສົມພອນ ແສງສຸກລີ ກໍເປັນອີກຄົນໜຶ່ງທີ່ໄດ້ຮັບການປິ່ນປົວໃນເທື່ອນີ້. ລາວກ່າວວ່າ, ລູກຊາຍຂອງລາວເກີດມາພຽງແຕ່ 4 ເດືອນກໍມີອາການຫາຍໃຈຍາກ, ຫຼັງຈາກໃຫຍ່ມາ ເມື່ອຫຼິ້ນບຶດດຽວກໍຮູ້ສຶກເມື່ອຍຫຼາຍ. “ພະຍາດດັ່ງກ່າວໄດ້ນໍາພາຄວາມຫຍຸ້ງຍາກຫຼາຍຢ່າງໃຫ້ແກ່ຄອບຄົວ, ຍ້ອນວ່າພວກເຮົາຕ້ອງເບິ່ງແຍງດູແລລູກຢູ່ຕະຫຼອດເວລາ.”

“ຫວັງວ່າລູກຊາຍຈະສາມາດຟື້ນຟູສຸຂະພາບ, ສາມາດໃຊ້ຊີວິດ ແລະ ຫຼິ້ນກິລາ ຄືກັບເດັກນ້ອຍອື່ນໆ, ພ້ອມທັງມີຊີວິດທີ່ດີກວ່າເກົ່າ.” ເມື່ອ ນາງ ສົມພອນ ແສງສຸກລີ ໄດ້ຍິງຂ່າວວ່າຄະນະການແພດຈີນມານະຄອນຫຼວງວຽງຈັນແລ້ວ ກໍຮີບຟ້າວຈາກຕ່າງແຂວງເດີນທາງມານະຄອນຫຼວງ. ນາງ ກ່າວຕື່ມວ່າ, ຈັ່ງແມ່ນບຸນນໍາພາວາດສະໜານໍາສົ່ງ, ພວກເຮົາຢູ່ຊົນນະບົດແຕ່ຍັງສາມາດໄດ້ຮັບໂອກາດປິ່ນປົວດັ່ງກ່າວແມ່ນໂຊກດີຫຼາຍ.

ໃນໂຄງການເທື່ອນີ້, ໃນຂະນະທີ່ຄະນະການແພດຈີນຈັດລົດປະຕິບັດຜ່າຕັດໄປຍັງລາວ ເພື່ອທໍາການປິ່ນປົວຮັກສາ ຍັງໄດ້ດໍາເນີນການເຝິກອົບຮົມເຕັກນິກການໃຊ້ເອໂກນໍາທາງໃຫ້ແກ່ແພດໝໍຄົນລາວໃນການຜ່າຕັດອີກດ້ວຍ. ຜູ້ຊ່ຽວຊານແພດຂະແໜງເດັກຂອງໂຮງໝໍມະໂຫສົດ ກ່າວວ່າ: ເຕັກນິກການປິ່ນປົວຂອງຈີນ ຈະສາມາດຊ່ວຍຍົກລະດັບການແພດໃນລາວຢ່າງແທ້ຈິງ, ມີຫຼາຍຄົນຫຼັງຈາກຜ່າຕັດມື້ດຽວ ອາການກໍດີຂຶ້ນ, ມີໂອກາດແລກປ່ຽນນໍາຊ່ຽວຊານຈີນ ຮູ້ສຶກດີໃຈ ແລະ ເປັນກຽດຫຼາຍ.


ແຫຼ່ງຂ່າວ: ສໍານັກຂ່າວຊິນຮວາ ບັນນາທິການ: ວິມົນ