ປະລິມານການນຳເຂົ້າໝາກໄມ້ຜ່ານທາງລົດໄຟລາວ-ຈີນຫຼາຍກວ່າ 4 ໝື່ນໂຕນ

Yunnan Gateway, July 6, 2023
Size:

ນັບແຕ່ສະໜາມຕິດຕາມຄຸ້ມຄອງໝາກໄມ້ເຂົ້າເມືອງຢູ່ດ່ານທາງລົດໄຟບໍ່ຫານແຂວງຢຸນນານ ເປີດບໍລິການເມື່ອເດືອນທັນວາ ປີ 2022 ເປັນຕົ້ນມາ, ປະລິມານການຂົນສົ່ງຂະບວນລົດໄຟນຳເຂົ້າໝາກໄມ້ຜ່ານທາງລົດໄຟລາວ-ຈີນ ຫຼາຍກວ່າ 4 ໝື່ນໂຕນ, ຄິດເປັນມູນຄ່າ 988 ລ້ານຢວນ.

ເສັ້ນທາງລົດໄຟລາວ-ຈີນມີລັກສະນະການຂົນສົ່ງທີ່ຕົງເວລາກວ່າການຂົນສົ່ງທາງທະເລ, ລາຄາດີກວ່າການຂົນສົ່ງທາງອາກາດ ແລະ ຫຼຸດຜ່ອນການສູນເສຍດີກວ່າການຂົນສົ່ງທາງບົກ, ເສັ້ນທາງລົດໄຟລາວ-ຈີນຊ່ວຍໃຫ້ໝາກໄມ້ເຂດຮ້ອນອາຊີຕາເວັນອອກສຽງໃຕ້ເຊັ່ນໝາກທຸລຽນ, ໝາກມັງຄຸດຈາກລາວ ແລະ ໄທ ສາມາດຂົນສົ່ງໂດຍຕົງໄປເຖິງຄຸນໝິງຜ່ານການຂົນສົ່ງຈໍລະຈອນສິນຄ້າແບບຕ່ອງໂສ້ເຢັນ. ດອກໄມ້, ຜັກ, ຜ້າ, ແລະອື່ນໆຂອງຈີນໄດ້ສົ່ງອອກໄປຮອດປະເທດອາຊີຕາເວັນອອກສຽງໃຕ້ຢ່າງຕໍ່ເນື່ອງ, ຊຶ່ງປະຕິບັດໄດ້ດີລັກສະນະຄໍ້າຈູນເກື້ອໜູນກັນທາງການຄ້າ. ມາຮອດປັດຈຸບັນ, ຂະບວນລົດໄຟຕ່ອງໂສ້ເຢັນໝາກໄມ້ທີ່ພິເສດທາງລົດໄຟລາວ-ຈີນເປີດແລ່ນ 1-2 ຂະບວນຕໍ່ມື້.

ແຫຼ່ງຂ່າວ: ເວບໄຊຢຸນນານ

ນັກຂ່າວ: ຈ່າງຢ້ານຊູນ