ການຮ່ວມມືດ້ານກະສິກຳລະຫວ່າງເມືອງພູເອີ ສປ ຈີນ ກັບ ແຂວງຜົ້ງສາລີ ສປປ ລາວ ນັບມື້ນັບສະໜິດແໜ້ນຍິ່ງຂຶ້ນ

Yunnan Gateway, July 5, 2023
Size:

ເດືອນ ມິຖຸນາ ປີ 2008, ເມືອງພູເອີ ສປ ຈີນ ແລະ ແຂວງຜົ້ງສາລີ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນມິດຕະພາບທີ່ດີລະຫວ່າງແຂວງເມືອງ, ພາຍໃຕ້ຂອບສາຍພົວພັນເມືອງມິດຕະພາບ, ໃນ ເດືອນ ກັນຍາ ປີ 2014, ເຂດຊີເມົາເມືອງພູເອີ ແລະ ເມືອງຜົ້ງສາລີແຂວງຜົ້ງສາລີ ໄດ້ສ້າງຕັ້ງສາຍພົວພັນມິດຕະພາບລະຫວ່າງເມືອງຂຶ້ນ. ໃນເດືອນ ເມສາ ປີ 2016, ບ້ານເມິງຄ່າງຕາແສງຈ່ຽງເສີງເມືອງພູເອີ ກັບ ບ້ານຍອດອູເມືອງຍອດອູແຂວງຜົ້ງສາລີ, ບ້ານນິວລູເຫີເມືອງຈ່ຽງເສີງ ແລະ ບ້ານມາລິທົວເມືອງຍອດອຸໄດ້ສ້າງຕັ້ງການພົວພັນມິດຕະພາບລະຫວ່າງບ້ານຂຶ້ນ.

ໃນຊຸມປີມໍ່ໆມານີ້, ເມືອງພູເອີກັບແຂວງຜົ້ງສາລີສືບຕໍ່ເພີ່ມທະວີການຮ່ວມມືດ້ານກະສິກຳ.

ປະເທດລາວມີອາກາດຮ້ອນ ແລະ ມີຝົນຕົກຫຼາຍ, ຊຶ່ງເອື້ອອໍານວຍຕໍ່ການຈະເລີນເຕີບໂຕຂອງພືດເຂດຮ້ອນ. ຢາງພາລາ, ຊາ, ໝາກກ້ວຍ, ໝາກໂມ, ພືດຜັກ…ສົມທົບກັບສະພາບການອຸດສາຫະກຳ, ເມືອງພູເອີໄດ້ຄິດຄົ້ນຮູບແບບການຮ່ວມມືດ້ານກະສິກຳຂ້າມຊາຍແດນ ແລະ ດຳເນີນການປູກພືດພັນທັນຍາຫານດ້ານເສດຖະກິດກະສິກຳເຊັ່ນຢາງພາລາ, ຊາ, ອ້ອຍ, ກາເຟ ແລະ ອື່ນໆໃນແຂວງຜົ້ງສາລີ.

ໃນລະດູການເກັບກ່ຽວປາດຢາງພາລາ, ຍາມຂ້ອນແຈ້ງ, ຊາວກະສິກຳປາດຢາງພາລາຢູ່ເມືອງຍອດອູ ແຂວງຜົ້ງສາລີປະເທດລາວເລີ່ມດຳເນີນວຽກງານເກັບກ່ຽວປາດຢາງພາລາຢ່າງຄຶກຄັກ. ໄປຄ່ຽງຄູກັບການພືດພັນທັນຍາຫານທີ່ປູກໃນໄລຍະຕົ້ນເລີ່ມເຂົ້າສູ່ໄລຍະເກັບກ່ຽວ, ຜົນປະໂຫຍດຂອງການຜະລິດທາງກະສິກໍາໃຫ້ແກ່ຊາວກະສິກຳລາວຈິ່ງຄ່ອຍໆປາກົດຂຶ້ນ.


ເພື່ອຮັບໃຊ້ການຮ່ວມມືດ້ານກະສິກຳໃຫ້ດີກວ່າເກົ່າ, ໃນເດືອນມັງກອນປີ 2023, ໂຄງການຊີວິດການເປັນຢູ່ຂອງປະຊາຊົນພາຍໃຕ້ຫົວຂໍ້ “ຫົວໃຈເຊື່ອມຈອດກັນ ການເດີນທາງຢູ່ຢູນນານ” ໂດຍສະມາຄົມມິດຕະພາບຕໍ່ຕ່າງປະເທດຂອງແຂວງຢຸນນານໄດ້ລົງຈອດຢູ່ເມືອງຍອດອູແຂວງຜົ້ງສາລີ, ໂຄງການນີ້ໄດ້ໃຫ້ທ້ອງຖິ່ນກໍ່ສ້າງໂຮງພະຍາບານຕາແສງເມືອງເມິງອູ, ຕະຫຼາດຊື້-ຂາຍຜະລິດຕະພັນກະເສດບ້ານຊຽວໄຈ. ຊ່ວຍໃຫ້ປະຊາຊົນທ້ອງຖິ່ນມີສະຖານທີ່ໃຫມ່ສໍາລັບການປິ່ນປົວທາງການແພດ ແລະ ການຄ້າຂາຍຍ່ອຍຂອງຜະລິດຕະພັນກະສິກໍາ.