ພັນທະພາບຫໍສະໝຸດ​ຈີນ--ອາຊຽນໄດ້ສ້າງຕັ້ງຂຶ້ນ

lmcchina.org, July 5, 2023
Size:

ກອງປະຊຸມເວທີປຶກສາຫາລືວັດທະນະທຳຈີນ-ອາຊຽນຄັ້ງທີ 18 ພາຍໃຕ້ຫົວຂໍ້ ສ້າງຫໍສະໝຸດອັດສະລິຍະແລະການສົ່ງເສີມການອ່ານໄດ້ຈັດຂຶ້ນຢູ່ນະຄອນນານນິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີໃນວັນທີ 19 ທີ່ຜ່ານມາ. ໃນກອງປະຊຸມ, ຫໍສະໝຸດບາງແຫ່ງຂອງຈີນແລະປະເທດອາຊຽນໄດ້ປະກາດ ຂໍ້ລິເລີ່ມພັນທະພາບຫໍສະໝຸດຈີນ-ອາຊຽນຢ່າງເປັນທາງການ.

ປະຈຸບັນ, ການພັດທະນາວຽກງານຫໍສະໝຸດໄດ້ກ້າວເຂົ້າສູ່ໄລຍະກໍ່ສ້າງຫໍສະໝຸດອັດສະລິຍະ ແລະ ເປັນໄລຍະໃໝ່ຂອງການແລກປ່ຽນຂໍ້ມູນຂ່າວສານ. ການເພີ່ມທະວີການຮ່ວມມື ແລະຄວາມຮັບຮູ້ຂອງການຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງຫໍສະໝຸດຂອງຈີນກັບບັນດາປະເທດອາຊຽນໄດ້ກາຍເປັນພາກສ່ວນອັນສຳຄັນຂອງການຮ່ວມມື ດ້ານວັດທະນະທຳລະຫວ່າງສອງຝ່າຍ.

ທ່ານຢາວເຈນ (Rao Quan) ຮອງລັດຖະມົນຕີກະຊວງວັດທະນະທຳແລະການທ່ອງທ່ຽວ ສປຈີນ ໄດ້ກ່າວໃນວິດີໂອຂອງເວທີປາໄສວ່າ: ຈີນຍິນດີສົ່ງເສີມບົດບາດຂອງພັນທະພາບຫໍສະໝຸດສາກົນເສັ້ນທາງສາຍໄໝ, ແລະເພີ່ມທະວີການຮ່ວມມືສາກົນແລະການແລກປ່ຽນທາງດ້ານການກໍ່ສ້າງຫໍສະໝຸດອັດສະລິຍະ, ການຮວບຮວມແລະພັດທະນາເອກະສານເສັ້ນທາງສາຍໄໝ, ການຈັດຊຸດຝຶກອົບຮົມສໍາລັບພະນັກງານຫໍສະໝຸດ, ການເຜີຍແຜ່ປຶ້ມບູຮານ ແລະ ດ້ານອື່ນໆ ລະຫວ່າງບັນດາປະເທດລຽບຕາມ 'ໜຶ່ງແລວ ໜຶ່ງເສັ້ນທາງ'ເຊິ່ງໃນນັ້ນມີບັນດາປະເທດອາຊຽນ.  ຂ້າພະເຈົ້າຫວັງວ່າ ຈະຮ່ວມມືກັບບັນດາປະເທດອາຊຽນໃນການສ້າງຕັ້ງ ພັນທະພາບຫໍສະໝຸດຈີນ-ອາຊຽນເພື່ອຊຸກຍູ້ການຮ່ວມມືໃນທຸກຂົງເຂດຂອງຫໍສະໝຸດ.

ທ່ານນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປລາວ ໄດ້ສະແດງຄວາມຍິນດີຕໍ່ຄວາມເຫັນຂອງ ທ່ານ ຢາວເຈນ. ທ່ານນາງຊີ້ອອກວ່າ, ໃນສະເພາະໜ້ານີ້, ສປປ ລາວ ຍັງປະເຊີນໜ້າກັບຄວາມທ້າທາຍດ້ານເຕັກໂນໂລຊີ ແລະ ຊັບພະຍາກອນມະນຸດ ໃນການຫັນຫໍສະໝຸດອັດສະລິຍະໃຫ້ທັນສະໄໝ. ສປປລາວ ຍິນດີດຳເນີນການຮ່ວມມືຢ່າງໃກ້ຊິດກັບບັນດາປະເທດສະມາຊິກອາຊຽນ ແລະ ບັນດາຄູ່ເຈລະ ຈາ, ໂດຍສະເພາະແມ່ນຈີນ ເຊິ່ງເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຂອງອາຊຽນ ທັງມີຄວາມຊ່ຽວຊານແລະຄວາມສາມາດດ້ານເຕັກໂນໂລຊີທີ່ທັນສະໄໝ.

ຕາມຂ່າວແຈ້ງໃຫ້ຮູ້ວ່າ, ກອງປະຊຸມຄັ້ງນີ້ແມ່ນກະຊວງວັດທະນະທຳ ແລະການທ່ອງທ່ຽວ ສປຈີນ ເປັນຜູ້ຈັດຂຶ້ນ ໂດຍຮ່ວມກັບອໍານາດການປົກຄອງທ້ອງຖິ່ນເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ. ແຂກຜູ້ແທນທີ່ມາຈາກຈີນ, ປະເທດອາຊຽນແລະອົງການຈັດຕັ້ວສາກົນທີ່ກ່ຽວ ຂ້ອງໄດ້ຮ່ວມກັນສະແຫວງຫາວິໄສທັດໃໝ່ໃນການຮ່ວມມືຢ່າງເລິກເຊິ່ງ ໃນຂະແໜງການຫໍສະໝຸດ ແລະການພິມຈຳໜ່າຍປຶ້ມ.