ພະນັກງານທາງລົດໄຟ 20 ທ່ານຈາກປະເທດ LM ມານະຄອນຄຸນໝິງເພື່ອເຂົ້າຮ່ວມການຝຶກອົບຮົມ

lmcchina.org, July 5, 2023
Size:

ໃນປະຈຸບັນນີ້, ມີພະນັກງານທາງລົດໄຟ 20 ທ່ານທີ່ມາຈາກ 6 ປະເທດ ລວມທັງໄທ, ລາວ, ຫວຽດນາມ, ມຽນມາ, ກຳປູເຈຍ ແລະ ມາເລເຊຍ ເຂົ້າຮ່ວມການຝຶກອົບຮົມຢູ່ທີ່ສະຖາບັນເຕັກນິກວິຊາຊີບທາງລົດໄຟຄຸນໝິງ.

ຊຸດຝຶກອົບຮົມສໍາລັບພະນັກງານທາງລົດໄຟ ຈາກປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ(LM) ກໍຄືໂຄງການຝຶກອົບຮົມຕາມແຜນການ ເຕົ້າໂຮມພູມປັນຍາຢູ່ຢູນນານ ແມ່ນຈັດຂຶ້ນໂດຍພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຢູນນານ ແລະໄດ້ເປີດພິທີຢ່າງເປັນທາງການແລ້ວ. ການຝຶກອົບຮົມຄັ້ງນີ້ຈະດໍາເນີນໄປເປັນເວລາ 20 ວັນ ເຊິ່ງຈະມີການນໍາສະເໜີປະສົບການ ແລະ ການປະຕິບັດໃນສະພາບຕົວຈິງຂອງທາງລົດໄຟຈີນ ໃຫ້ພະນັກງານທາງລົດໄຟ 20 ທ່ານ ຈາກ 6 ປະເທດຮັບຊາບ ໂດຍຜ່ານຫຼາຍຮູບຫຼາຍແບບ ເຊັ່ນ: ການບັນຍາຍຫົວຂໍ້ສະເພາະ, ການແລກປ່ຽນ ແລະ ສຳມະນາ, ການຝຶກຊ້ອມກັບທີ່ ແລະ ການລົງຢ້ຽມຢາມສະຖານທີ່ຕ່າງໆ ເພື່ອເຜີຍແຜ່ ແຜນການຈີນ ຂອງປະຊາຄົມຮ່ວມຊາຕາກໍາທີ່ຖືເອົາການເຊື່ອມຕໍ່ທາງລົດໄຟເປັນຈຸດໃຈກາງ, ທັງປະສານສົມທົບຢ່າງຕັ້ງໜ້າກັບ ການຍ່າງອອກໄປ ຂອງທາງລົດໄຟຈີນ.

ນີ້ກໍແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງແຜນການ ເຕົ້າໂຮມພູມປັນຍາຢູ່ຢູນນານເຊິ່ງມີຈຸດປະສົງເພື່ອດຶງດູດຊາວໜຸ່ມຂອງປະເທດອາຊີອາຄະເນ ແລະ ອາຊີໃຕ້ທີ່ມີຄວາມເກັ່ງກ້າມີຄວາມສາມາດທາງດ້ານການຄົ້ນຄວ້າເຕັກນິກວິທະຍາສາດ ເພື່ອມາຮອດແຂວງຢູນນານດໍາເນີນການຄົ້ນຄວ້າວິທະຍາສາດ ດໍາເນີນການປະດິດສ້າງໃໝ່ ດໍາເນີນທຸລະກິດ ແລະການຝຶກອົບຮົມທາງດ້ານເຕັກນິກ; ເພີ່ມທະວີການແລກປ່ຽນກັບປະເທດອາຊີອາຄະເນແລະອາຊີໃຕ້ທາງດ້ານວັດທະນະທໍາມະນຸດ ເພື່ອບໍາລຸງສ້າງບຸກຄະລາກອນຊາວໜຸ່ມທາງດ້ານເຕັກນິກວິທະຍາ ສາດແລະການປະດິດສ້າງໃໝ່; ເສີມສ້າງສາຍພົວພັນທາງດ້ານຈິດໃຈລະຫວ່າງປະຊາຊົນ, ຍົກສູງຄວາມສາມາດປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຢີ, ຊຸກຍູ້ການພັດທະນາຮ່ວມກັນ.