ນາຍົກມາເລເຊຍເດີນທາງໄປຢ້ຽມຢາມລາວ

CRI, June 30, 2023
Size:

ຕາມຂ່າວCRI: ວັນທີ 26 ມິຖຸນານີ້, ທ່ານອັນວາ ອິບຣາຮິມ, ນາຍົກລັດຖະມົນຕີມາເລເຊຍໄດ້ເດີນທາງໄປນະຄອນຫຼວງວຽງຈັນຂອງລາວ, ເລີ່ມດຳເນີນການຢ້ຽມຢາມລາວຢ່າງເປັນທາງການເປັນເວລາ 2 ວັນ.

ທ່ານຊຳບຣາຍ ອັບດຸນ ກາເດຍ, ລັດຖະມົນຕີກະຊວງການຕ່າງປະເທດມາເລເຊຍກ່າວວ່າ: ນີ້ແມ່ນຜູ້ນຳມາເລເຊຍເດີນທາງໄປຢ້ຽມຢາມລາວເປັນຄັ້ງທຳອິດນັບແຕ່ປີ 2016 ເປັນຕົ້ນມາ. ມາເລເຊຍຫວັງວ່າກ່ອນປະເທດລາວຈະເປັນປະເທດປະທານໝູນວຽນອາຊຽນ, ຜ່ານການຢ້ຽມຢາມຄັ້ງນີ້ຈະເພີ່ມທະວີທ່າແຮງຢ່າງຕັ້ງໜ້າເຂົ້າໃນການຮ່ວມມືລະຫວ່າງສອງປະເທດ.

ທ່ານບຣາຍກ່າວຕື່ມວ່າ: ໃນການເດີນທາງຢ້ຽມຢາມລາວຄັ້ງນີ້ທ່ານອັນວາຈະພົບປະເຈລະຈາກັບທ່ານສອນໄຊ ສີພັນດອນ, ນາຍົກລັດຖະມົນຕີລາວ, ເປິກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມືສອງຝ່າຍ, ການເພີ່ມທະວີການພົວພັນດ້ານເສດຖະກິດການຄ້າລະຫວ່າງສອງປະເທດ.

ທ່ານອັນວາຍັງຈະເຂົ້າຢ້ຽມຄຳນັບທ່ານທອງລຸນ ສີສຸລິດ, ປະທານປະເທດລາວແລະທ່ານໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ. ຜູ້ນຳສອງປະເທດຍັງຈະເຂົ້າຮ່ວມເປັນສັກຂີພິຍານຕໍ່ການລົງນາມສັນຍາການຮ່ວມມືລະຫວ່າງວິສາຫະກິດສອງປະເທດໃນຂົງເຂດຕ່າງໆ, ເຊັ່ນ: ທາງລົດໄຟ, ວຽກງານທ່າກຳປັ່ນ, ພະລັງງານໄຟຟ້າແລະຂົງເຂດອື່ນໆ.