ອົງການສາທາລະນະປະໂຫຍດຈີນ-ກຳປູເຈຍເລີ່ມດຳເນີນໂຄງການຕົວແບບການອະນຸລັກສິ່ງແວດລ້ອມນິເວດດ້ານການທ່ອງທ່ຽວຢູ່ແຂວງຊຽມລຽບ

CRI, June 29, 2023
Size:

ວັນທີ 23 ມິຖຸນານີ້, ໂຄງການຕົວແບບການອະນຸລັກສິ່ງແວດລ້ອມນິເວດດ້ານການທ່ອງທ່ຽວຊຽມລຽບ ໄດ້ເລີ່ມຂຶ້ນຢູ່ແຂວງຊຽມລຽບ ເຊິ່ງເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງໂດ່ງດັງໃນໂລກຂອງກຳປູເຈຍ.

ອົງການສາທາລະນະປະໂຫຍດຈີນ ແລະ ກຳປູເຈຍໄດ້ຮ່ວມມືກັນປະຕິບັດໂຄງການດັ່ງກ່າວ ເຊິ່ງມີຈຸດປະສົງເພີ່ມທະວີການພົວພັນແລກປ່ຽນແລະຮ່ວມມືໃນຂົງເຂດອະນຸລັກສິ່ງແວດລ້ອມລະຫວ່າງແຂວງຊຽມລຽບຂອງກຳປູເຈຍ ແລະ ແຂວງຢຸນນານຂອງຈີນ ໂດຍຜ່ານຈາກການໂຄສະນາໃນດ້ານເກັບມ້ຽນຂີ້ເຫຍື້ອ ແລະ ຫຼຸດການນຳໃຊ້ຜະລິດຕະພັນປລາສຕິກ, ນຳພາປະຊາຊົນຢູ່ຄຸ້ມຊຸມຊົນ ແລະ ນັກທ່ອງທ່ຽວຕ່າງປະເທດເຂົ້າຮ່ວມວຽກງານອະນຸກລັກສິ່ງແວດລ້ອມຢູ່ເມືອງທ່ອງທ່ຽວຂອງລັດຖະບານ.