ສູນວັດທະນະທຳຈີນປະຈໍາລາວຈັດກິດຈະກຳ “ຫໍ່ເຂົ້າຕົ້ມບຸນຕ່ວນຫວູ” ຢ່າງສຳເລັດຜົນ

lmcchina.org, June 28, 2023
Size:

ໃນວັນ 16 ມິຖຸນາ 2023, ສູນວັດທະນະທຳຈີນ ປະຈຳ ສປປ ລາວ  ໄດ້ຮ່ວມກັບກົມແຜນການ ແລະ ການຮ່ວມມືສາກົນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ສປປ ລາວ ແລະ ພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ເພື່ອຈັດກິດຈະກຳ “ຫໍ່ເຂົ້າຕົ້ມບຸນຕ່ວນຫວູ” ເຊິ່ງກິດຈະກຳດັ່ງກ່າວໄດ້ຮັບຜົນສຳເລັດຢ່າງຈົບງາມ. ກິດຈະກໍາຄັ້ງນີ້ມີ ທ່ານ ນາງ ມະນີພັນ ຫຼວງສີສົງຄາມ ຮອງຫົວໜ້າກົມແຜນການ ແລະການຮ່ວມມືສາກົນ ກະຊວງ ຖວທ, ທ່ານ ນາງ ລາຕະວັນ ຮອງຫົວໜ້າກົມສິລະປະ-ວັດທະນະທຳ ກະຊວງ ຖວທ, ທ່ານ ນາງ ພວງວັນ ພົມມີໄຊ ຮອງຫົວໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍ ກະຊວງ ຖວທ,  ທ່ານ ນາງ ວັນເພັງ ແກ້ວປັນຍາ ຜູ້ອໍານວຍການຫໍພິພິທະພັນແຫ່ງຊາດ, ທ່ານ ນາງ ຫຼີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ແລະ ທ່ານ LIM KANG HONG ເລຂາໜຶ່ງ ສະຖານທູດສິງກາໂປ ປະຈຳ ສປປ ລາວ, ບັນດານັກສຶກສາ ແລະ ຄູອາຈານຈາກພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ກໍຄື ຜູ້ຕາງໜ້າສະມາຊິກຄອບຄົວຂອງພະນັກງານການທູດ ສະຖານທູດຈີນ ປະຈຳລາວ ຈຳນວນ 100 ກວ່າທ່ານເຂົ້າຮ່ວມ ແລະ ເຕົ້າໂຮມກັນ ພາຍໃຕ້ບັນຍາກາດແຫ່ງຄວາມເບີກບານມ່ວນຊື່ນ ແລະ ໄດ້ສຳຜັດກັບວັດທະນະທຳຮີດຄອງປະເພນີຂອງບຸນຕ່ວນຫວູດ້ວຍຄວາມສົນໃຈຢ່າງຄຶກຄຶ້ນ.

ຢູ່ສະຖານທີ່ຈັດງານ, ທຳອິດໄດ້ມີການເປີດວິດີໂອສາລະຄະດີ ຫົວຂໍ້ “ບຸນປະເພນີໃນປະເທດຈີນ---ບຸນຕ່ວນຫວູ” ທີ່ຜະລິດຮ່ວມກັນໂດຍກົມແລກປ່ຽນ ແລະ ຮ່ວມມືສາກົນ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ສປ ຈີນ ແລະ ເວັບໄຊໜັງສືພິມລາຍວັນຈີນ (China Daily). ພະນັກງານຈາກສູນວັດທະນະທໍາຈີນ ໄດ້ເພິ່ມຄໍາບັນລະຍາຍພາສາລາວໃສ່ວີດີໂອນີ້ສະເພາະ, ເຊິ່ງບໍ່ພຽງແຕ່ຊ່ວຍໃຫ້ບັນດາແຂກຝ່າຍລາວທີ່ເຂົ້າຮ່ວມງານ ສາມາດຮັບຮູ້ເຖິງຮີດຄອງປະເພນີຂອງບຸນຕ່ວນຫວູ ເຊັ່ນ ການຊ່ວງເຮືອມັງກອນ ແລະ ການໂຍນເຂົ້າຕົ້ມລົງແມ່ນ້ຳ ແລະ ກິດຈະກໍາອື່ນໆແລ້ວ, ທັງຍັງເຮັດໃຫ້ພວກເພິ່ນສາມາດຮັບຮູ້ເຖິງວັດທະນະທຳຈີນອັນດົມສົມບູນ ທີ່ມີມາແຕ່ເຫິງນານ. 

ປະເທດລາວກໍມີປະເພນີການກິນເຂົ້າຕົ້ມເຊັ່ນກັນ ແຕ່ວ່າໄສ້ເຂົ້າຕົ້ມ ແລະ ວິທີຫໍ່ເຂົ້າຕົ້ມນັ້ນແຕກຕ່າງກັນ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງສູນວັດທະນະທຳຈີນປະຈຳລາວ, ກົມແຜນການ ແລະ ການຮ່ວມມືສາກົນ ກະຊວງ ຖວທ ໄດ້ໃຫ້ການຊ່ວຍເຫຼືອໃນການເຊີນອາຈານ 3 ທ່ານ ມາສອນວິທີຫໍ່ເຂົ້າຕົ້ມລາວໃຫ້ແກ່ຜູ້ເຂົ້າຮ່ວມກິດຈະກໍາ ເຊິ່ງເຮັດໃຫ້ຜູ້ເຂົ້າຮ່ວມມີໂອກາດໄດ້ຮັບຮູ້ເຖິງວິທີຫໍ່ເຂົ້າຕົ້ມແບບລາວ ດ້ວຍຕົນເອງ ແລະ ຜູ້ເຂົ້າຮ່ວມລ້ວນແຕ່ມີຄວາມຕື່ນເຕັ້ນຫຼາຍ. ບັນຍາກາດຂອງການຈັດກິດຈະກຳຄັ້ງນີ້ ແມ່ນເຕັມໄປດ້ວຍຄວາມຟົດຟື້ນທີ່ສຸດ.

ນາງ ທິຈິດສິນ ນັກສຶກສາຈາກພາກວິຊາພາສາຈີນ ຄະນະອັກສອນສາດ ມຊ ໄດ້ກ່າວດ້ວຍຄວາມດີໃຈວ່າ: ມື້ນີ້ຂ້າພະເຈົ້າຮູ້ສຶກດີໃຈເປັນຢ່າງຍິ່ງທີ່ໄດ້ມາຮ່ວມສະຫຼອງບຸນຕ່ວນຫວູທີ່ສູນວັດທະນະທຳຈີນປະຈຳລາວ ແລະ ກິດຈະກຳໃນມື້ນີ້ໄດ້ເຮັດໃຫ້ຂ້າພະເຈົ້າມີໂອກາດໄດ້ຮຽນຮູ້ເຖິງຄວາມຮູ້ດ້ານວັດທະນະທຳ ກ່ຽວກັບ ຄວາມເປັນມາ ແລະ ຮີດຄອງປະເພນີຂອງບຸນຕ່ວນຫວູ,  ທັງເຮັດໃຫ້ຂ້າພະເຈົ້າມີໂອກາດສຳຜັດກັບຄວາມມ່ວນຊື່ນຂອງການຫໍ່ເຂົ້າຕົ້ມ ເຊິ່ງຂ້າພະເຈົ້າມີຄວາມຮູ້ເພີ່ມຂຶ້ນຕື່ມ ກ່ຽວກັບວັດທະນະທຳຈີນໃນເວລາທີ່ລົງມືເຮັດດ້ວຍຕົນເອງ ແລະ ຊີມອາຫານແຊບໆ. ທ່ານ ນາງ ມະນີພັນ ຫຼວງສີສົງຄາມ ໄດ້ສະແດງຄວາມຫວັງວ່າ ສູນວັດທະນະທຳຈີນ ປະຈຳ ລາວ ຈະຈັດກິດຈະກຳລັກສະນະນີ້ໃຫ້ຫຼາຍກວ່າເກົ່າ ເຊິ່ງເປັນກິດຈະກຳທີ່ຈະຊ່ວຍເພີ່ມທະວີການແລກປ່ຽນທາງດ້ານວັດທະນະທຳລະຫວ່າງສອງປະເທດ ລາວ-ຈີນ, ທັງຫວັງວ່າ ສູນວັດທະນະທຳຈີນປະຈຳລາວຈະຈັດງານແລກປ່ຽນ ແລະ ຮ່ວມມືດ້ານວັດທະນະທຳແລະການທ່ອງທ່ຽວລາວ-ຈີນໃຫ້ຫຼາຍຂຶ້ນກວ່າເກົ່າເຊັ່ນກັນ.