ຈັດເວທີເປິກສາຫາລືຈາກາກຕາການພົວພັນລະຫວ່າງຈີນ-ອາຊຽນເພື່ອລະລຶກຈີນເຂົ້າຮ່ວມສັນຍາການຮ່ວມມືມິດຕະພາບອາຊີຕາເວັນອອກສຽງໃຕ້ຄົບຮອບ 20 ປີຢ່າງສຳເລັດຜົນ

CRI, June 28, 2023
Size:

ຕາມຂ່າວCRI: ວັນທີ 22 ມິຖຸນານີ້, ເວທີເປິກສາຫາລືຈາກາກຕາ ກ່ຽວກັບການພົວພັນລະຫວ່າງຈີນ-ອາຊຽນເພື່ອລະລຶກຈີນເຂົ້າຮ່ວມສັນຍາການຮ່ວມມືມິດຕະພາບອາຊີຕາເວັນອອກສຽງໃຕ້ຄົບຮອບ 20 ປີ ໄດ້ຈັດຂຶ້ນຢູ່ນະຄອນຫຼວງຈາກາກຕາຂອງອິນໂດເນເຊຍ. ທ່ານສິນກ່າງ, ທີ່ເປິກສາ ແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ສົ່ງຈົດໝາຍອວຍພອນໄປຍັງກອງປະຊຸມ,ທ່ານນົງຢົງ, ຜູ້ຊ່ວຍລັດຖະມົນຕີກະຊວງ ການຕ່າງປະເທດຈີນໄດ້ອ່ານຈົດໝາຍອວຍພອນແລະກ່າວເປີດກອງປະຊຸມ.

ເວທີເປິກສາຫາລືຄັ້ງນີ້ໄດ້ດຳເນີນການຄົ້ນຄວ້າຫາລືແລະການແລກປ່ຽນໂດຍປິ່ນອ້ອມຫົວຂໍ້ຕ່າງໆເຊັ່ນ: ການຫວນຄືນແລະອະນຸໂພດກ່ຽວກັບຈີນເຂົ້າຮ່ວມ “ສັນຍາການຮ່ວມມືມິດຕະພາບອາຊີຕາເວັນອອກສຽງໃຕ້”, ສິ່ງທ້າທາຍແລະອະນາຄົດຂອງການປະຕິບັດ ສັນຍາແລະຫົວຂໍ້ອື່ນໆ. ຜູ້ຕາງໜ້າຖາວອນປະເທດສະມາຊິກອາຊຽນປະຈຳສຳນັກງານເລຂາອາຊຽນ, ເອກອັກຄະລັດຖະທູດຂອງປະເທດຄູ່ຮ່ວມສົນທະນາປະຈຳອາຊຽນ, ຜູ້ຕາງໜ້າ ກອງເລຂາອາຊຽນ, ຜູ້ຕາງໜ້າຄັງປັນຍາແລະສື່ມວນຊົນຂອງຈີນແລະປະເທດ ອາຊຽນທັງໝົດຮ້ອຍກວ່າທ່ານໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.