6 ປະເທດ ລຽບຕາມລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຮ່ວມແຮງຮ່ວມໃຈກັນຕ້ານການລະບາດຂອງພະຍາດໂຄວິດ-19, ຊຸກຍູ້ໃຫ້ການຄ້າຂະຫຍາຍຕົວເພີ່ມຂຶ້ນ ທ່າມກາງສະພາບການລວມທີ່ຕົກຕໍ່າ

lmcchina.org, June 26, 2023
Size:

ບົດລາຍງານ ກ່ຽວກັບການພັດທະນາການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ (ປະຈໍາປີ 2022) ທີ່ ເຜີຍແຜ່ໂດຍ ສະຖາບັນຄົ້ນຄວ້າການພົວພັນສາກົນ ມະຫາວິທະຍາໄລຢູນນານ ໃນບໍ່ດົນມານີ້ ໄດ້ຊີ້ອອກວ່າ: ນັບແຕ່ປີ 2020 ເປັນຕົ້ນມາ, ພາຍໃຕ້ສະພາບການສັບສົນຂອງການລະບາດພະຍາດໂຄວິດ-19 ຢູ່ທົ່ວໂລກ ປະສານກັບ ການປ່ຽນແປງທີ່ບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີທີ່ຜ່ານມາ.  6 ປະເທດ ລຽບຕາມລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງໄດ້ຮ່ວມແຮງຮ່ວມໃຈກັນ ສະແຫວງຫາການພັດທະນາຮ່ວມກັນ ເພື່ອເຮັດໃຫ້ການຮ່ວມມືດ້ານການຄ້າ ລະຫວ່າງ 6  ປະເທດ ລຽບຕາມລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄດ້ເພີ່ມຂຶ້ນ ທ່າມກາງສະພາບການລວມທີ່ຕົກຕໍ່າ.

ໃນປີ 2020, ຍອດມູນຄ່າການຄ້າລະຫວ່າງ ປະເທດຈີນ ກັບ 5  ປະເທດ ລຽບຕາມລໍາແມ່ນໍ້າຂອງ ບັນລຸໄດ້ 322,9  ຕື້ໂດລາສະຫະລັດ. ໃນນັ້ນ, ຍອດລວມມູນຄ່າການຄ້າດ້ານກະສິກຳບັນລຸໄດ້ 24 ຕື້ໂດລາສະຫະລັດ,ຄູ່ການຄ້າທັງສອງຝ່າຍລ້ວນແຕ່ໄດ້ບັນລຸການເພີ່ມຂຶ້ນໃນລະດັບປະມານ 12. %. ໃນປີ 2021, ຍອດລວມມູນຄ່າການຄ້າລະຫວ່າງປະເທດຈີນ ກັບ ບັນດາປະເທດລຽບຕາມລໍາແມ່ນໍ້າຂອງໄດ້ສືບຕໍ່ເພີ່ມຂຶ້ນດ້ວຍຈັງຫວະໝັ້ນທ່ຽງ ໂດຍບັນລຸໄດ້ 398  ຕື້ໂດລາສະຫະລັດ ແລະ ໄດ້ເພີ່ມຂຶ້ນ 23  %  ຖ້າທຽບໃສ່ໄລຍະດຽວກັນໃນປີທີ່ຜ່ານມາ. ຍອດລວມມູນຄ່າການຄ້າດ້ານກະສິກຳບັນລຸໄດ້ 28,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 18,6 %  ເມື່ອທຽບໃສ່ໄລຍະດຽວກັນໃນປີທີ່ຜ່ານມາ. ໃນການຮ່ວມມືດ້ານການລົງທຶນ, ຍອດລວມມູນຄ່າການລົງທຶນ ຂອງວິສາຫະກິດຈີນ ຢູ່ພາກພື້ນແມ່ນໍ້າຂອງໄດ້ເພີ່ມສູງຂຶ້ນຢ່າງບໍ່ຢຸດຢັ້ງ ອັນໄດ້ຊຸກຍູ້ເຮັດໃຫ້ການຮ່ວມມືດ້ານກະສິກຳ, ຫັດຖະກຳແລະນິຄົມອຸດສາຫະກໍາເອເລັກໂຕນິກ ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ແລະໄດ້ກາຍເປັນເສົາຄໍ້າໃຫມ່ສຳລັບການພົວພັນດ້ານເສດຖະກິດການຄ້າ  ລະຫວ່າງປະເທດຈີນ ກັບ ບັນດາປະເທດລຽບຕາມລໍາແມ່ນໍ້າຂອງ ເຊິ່ງໄດ້ສ້າງສະພາບການໃຫມ່ແຫ່ງການເຕີບໂຕຂອງເສດຖະກິດ.

ໃນການຮ່ວມມືດ້ານການພັດທະນາແບບຍືນຍົງ, ທັງ 6 ປະເທດໄດ້ຕັ້ງຫນ້າຈັດຕັ້ງປະຕິບັດ ຍຸດທະສາດການຮ່ວມມືດ້ານສິ່ງແວດລ້ອມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ 2018-2022), ຈັດຕັ້ງປະຕິບັດ ແລະ ຊຸກຍູ້ ແຜນການແມ່ນໍ້າລ້ານລ້າງ-ແມ່ນໍ້າຂອງສີຂຽວ ເພື່ອປະກອບສ່ວນຊຸກຍູ້ການຈັດຕັ້ງປະຕິບັດ ເປົ້າຫມາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ ຮອດປີ2030 ໃນພາກພື້ນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ. ທັງໄດ້ເປີດການຈັດຕັ້ງປະຕິບັດໂຄງການຕ່າງໆຢ່າງມີໝາກມີຜົນ, ເຊັ່ນ: platform ແບ່ງປັນຄວາມຮູ້ການພັດທະນາແບບສີຂຽວ, ການພັດທະນາແບບກາກບອນຕໍ່າ, ການສ້າງພື້ນຖານໂຄງລ່າງແບບຍືນຍົງ ແລະ ໂຄງການການທົດລອງປັບປຸງການຄຸ້ມຄອງລະບົບນິເວດ ເພື່ອສົ່ງເສີມການດໍາລົງຊີວິດແບບຍືນຍົງ ເປັນຕົ້ນ.