ໄຂກອງປະຊຸມເວທີເປິກສາຫາລືການຮ່ວມມືສື່ມວນຊົນຈີນ-ອາຊຽນ 2023

CRI, June 15, 2023
Size:

ວັນທີ 12 ມິຖຸນາ 2023, ພິທີໄຂກອງປະຊຸມເວທີເປິກສາຫາລືການຮ່ວມມືສື່ມວນຊົນຈີນ-ອາຊຽນ 2023 ຈັດຂຶ້ນຢູ່ນະຄອນເວີນໂຈ່ວແຂວງເຈີ້ຈ່ຽງ. ມີຜູ້ຕາງໜ້າ 150 ທ່ານທີ່ມາຈາກພາກສ່ວນອົງການປົກຄອງ, ສື່ມວນຊົນ, ຄັງປັນຍາຂອງຈີນ ແລະ 10 ປະເທດສະມາຊິກອາຊຽນ ແລະ ອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມ, ໂດຍໄດ້ດຳເນີນການາແລກປ່ຽນກັນຜ່ານທາງອອນລາຍ ແລະ ອົຟລາຍທີ່ປິ່ນອ້ອມຫົວຂໍ້ “ຮ່ວມກັນຊຸກຍູ້ການເຊື່ອມຈອດກັນ, ແບ່ງປັນຄວາມຈະເລີນຮຸ່ງເຮືອງດ້ວຍການພັດທະນາ”.