ນະຄອນຄຸນໝິງຈັດກິດຈະກໍາແລກປ່ຽນວັດທະນະທໍາ ລະຫວ່າງ ຊາວໜຸ່ມ ລາວ-ຈີນ

lmcchina.org, June 12, 2023
Size:

ໃນວັນທີ 3 ມິຖຸນາ ທີ່ຜ່ານມາ, ຊາວໜຸ່ມຈາກ ສປ ຈີນ ແລະ ສປປ ລາວ ຫຼາຍກວ່າ 80 ຄົນເຂົ້າຮ່ວມກິດຈະກໍາແລກປ່ຽນວັດທະນະທໍາ ທີ່ໄດ້ຈັດຂຶ້ນທີ່ນະຄອນຄຸນໝິງ ພາຍໃຕ້ຫົວຂໍ້  ຊ່ວຍຍູ້ໜູນການພັດທະນາຂອງຊາວໜຸ່ມ ຮ່ວມກັນສ້າງ ໜຶ່ງແລວ ໜຶ່ງເສັ້ນທາງ’ ”.

ກິດຈະກໍາຄັ້ງນີ້ຈັດຂຶ້ນໂດຍຄະນະກໍາມະການນະຄອນຄຸນໝິງຂອງຄະນະຊາວໜຸ່ມກອມມູນິດຈີນ, ຫ້ອງການພົວພັນຕ່າງປະເທດນະຄອນຄຸນໝິງ ແລະ ສະຖາບັນເຕັກນິກວິຊາຊີບທາງລົດໄຟຄຸນໝິງ. ໃນກິດຈະກໍາຄັ້ງນີ້, ຜູ້ຕາງໜ້າຊາວໜຸ່ມ ລາວ-ຈີນ ໄດ້ໄປຢ້ຽມຊົມສະຖານທີ່ຕ່າງໆ ເຊັ່ນ: ສະຖານີຈຸດໃຈກາງຂົນສົ່ງສິນຄ້າດ້ວຍຫີບຂະໜາດໃຫຍ່ນະຄອນຄຸນໝິງຂອງບໍລິ ສັດຂົນສົ່ງສິນຄ້າດ້ວຍຫີບຂະໜາດໃຫຍ່ທາງລົດໄຟສາກົນຮ່ວມກັນຈີນຈໍາກັດ (CHINA UNITED INTERNATIONAL RAIL CONTAINERS CO., LTD/ CRINTERMODAL), ບໍລິສັດພັດທະນາຊັບພະຍາກອນຊີ່ຊາວຈໍາກັດ, ຫໍຜັງເມືອງນະຄອນຄຸນໝິງ ແລະ ສະຖານທີ່ ອື່ນໆຈຳນວນໜຶ່ງ, ພ້ອມທັງໄດ້ໄປຢ້ຽມຢາມ ບ້ານຢ້ຽນຖາ ເມືອງອ່ານໜິງ ນະຄອນຄຸນໝິງ  ເພື່ອຊົມຜົນສຳເລັດຂອງການຟື້ນຟູຄວາມຈະເລີນຂອງເຂດຊົນນະບົດ, ພ້ອມທັງເຂົ້າຮ່ວມກອງປະຊຸມສົນທະນາແລກປ່ຽນນຳກັນ.

ທ່ານ ຫວັງຊູຮົວ ເລຂາພັກ ຂອງ ສະຖາບັນເຕັກນິກວິຊາຊີບທາງລົດໄຟຄຸນໝິງ ໄດ້ແຈ້ງໃຫ້ຊາບວ່າ:ໃນປີ 2020, ມີນັກສຶກສາ ແລະ ຄູອາຈານ ຈໍານວນ 40 ຄົນ ໄດ້ເຂົ້າມາສຶກສາທີ່ ສະຖາບັນເຕັກນິກວິຊາຊີບທາງລົດໄຟຄຸນໝິງ, ພ້ອມນັ້ນຍັງໄດ້ໄປແລກປ່ຽນບົດຮຽນຢູ່ນະຄອນ ຫຼວງປັກກິ່ງ, ເມືອງຕ້າລີ, ເມືອງລີ້ຈ່ຽງ ແລະ ສະຖານທີ່ອື່ນໆພ້ອມ. ໃນໄລຍະພັກແລ້ງປີນີ້, ນັກສຶກສາເຫຼົ່ານັ້ນຈະກັບຄືນ ສປປ ລາວ, ຄູອາຈານຂອງສະຖາບັນຈະຢູ່ຮ່ວມກັບພວກເຂົາ ເພື່ອດໍາເນີນການຕິດຕາມຊີ້ນໍາເປັນໄລຍະເວລາ 5 ປີ ຢ່າງຕໍ່ເນື່ອງ, ເພື່ອຊ່ວຍເຫຼືອ ສະຖາບັນເຕັກນິກວິຊາຊີບທາງລົດໄຟລາວໃນການພັດທະນາດ້ານວີຊາຊີບ, ການສ້າງຖັນແຖວຄູອາຈານ, ການສ້າງຕໍາລາຮຽນ ຕະຫຼອດຮອດວຽກງານການຄຸ້ມຄອງການສິດສອນ ແລະອື່ນໆ.

ທ່ານ ຊຸ່ນລີ້ກ່າງ ຜູ້ທີ່ໄດ້ຮັບລາງວັນເຈົ້າແຂວງຂອງການເລີ່ມຕົ້ນທຸລະກິດຂອງຊາວໜຸ່ມ ຄັ້ງທີ 9 ຂອງແຂວງຢູນນານ ໄດ້ກ່າວວ່າ: ໃນປີ 2019  ຕົນເອງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບຄະນະກໍາມາທິການຄຸ້ມຄອງເຂດເສດຖະກິດພິເສດບໍ່ເຕັນ ແຂວງຫຼວງນໍ້າທາ ສປປ ລາວ, ເພື່ອຮ່ວມກັນສ້າງເຂດອຸດສາຫະກໍາການຄ້າເອເລັກໂຕຣນິກຂ້າມຊາຍແດນລະຫວ່າງປະ ເທດໃຫ້ແກ່ຊາວໜຸ່ມລາວໃນການເລີ່ມຕົ້ນທຸລະກິດ ຊຶ່ງເນັ້ນໃສ່ການພັດທະນາຜົນຜະລິດກະສິກໍາສໍາຮອງ, ການຕໍ່າແຜ່ນແພ-ເຄື່ອງນຸ່ງ, ອຸປະກອນກົນຈັກ, ເຄື່ອງເອເລັກໂຕຣນິກ ແລະ ອຸດສາຫະກໍາການປຸງແຕ່ງອື່ນໆ. ຕະຫຼອດໄລຍະ 3 ປີຜ່ານມາ, ເຂດອຸດສາຫະກໍາດັ່ງກ່າວໄດ້ຊຸກຍູ້ເຮັດໃຫ້ການນໍາເຂົ້າ- ສົ່ງອອກສິນຄ້າສອງຝ່າຍລາວ-ຈີນ ບັນລຸໄດ້ເຖິງ 270 ລ້ານກວ່າຢວນ, ໄດ້ຝຶກອົບຮົມນັກທຸລະກິດໜຸ່ມລາວໃນການຂາຍເຄື່ອງແບບຖ່າຍທອດສົດນໍາອິນເຕີເນັດໄດ້ເຖິງ 600 ກວ່າເທື່ອຄົນ, ໄດ້ຊ່ວຍໃຫ້ຜະລິດຕະພັນກະສິກໍາທີ່ເປັນເອກະລັກທາງພາກເໜືອ ຂອງ ລາວ ແລະ ໄທ ສາມາດເຂົ້າສູ່ຕະຫຼາດຈີນໄດ້, ອັນໄດ້ເຮັດໃຫ້ເພື່ອນນັກທຸລະກິດໜຸ່ມ ຂອງ ສປປ ລາວ ສາມາດມອງເຫັນຫົນທາງແຫ່ງຄວາມຮັ່ງມີ. ຄຽງຄູ່ກັບການເປີດໃຫ້ການບໍລິການທາງລົດໄຟ ລາວ-ຈີນ ເຮັດໃຫ້ກິດຈະການການຄ້າເອເລັກໂຕຣນິກລະຫວ່າງທັງສອງປະເທດ ລາວ-ຈີນ ໄດ້ພົບກັບກາລະໂອກາດທີ່ເປັນຄັ້ງປະຫວັດສາດສໍາຄັນ, ເຮັດໃຫ້ນັກທຸລະກິດໜຸ່ມທີ່ເລີ່ມຕົ້ນປະກອບການໃໝ່ນັບມື້ນັບໄດ້ຮັບຜົນປະໂຫຍດຈາກເງື່ອນໄຂດັ່ງກ່າວຫຼາຍຂຶ້ນ.

ທ່ານ ຢາວຢາງ ນັກທຸລະກິດໜຸ່ມຈີນ ກໍໄດ້ໝູນໃຊ້ເຂດອຸດສາຫະກໍາດັ່ງກ່າວ ເພື່ອກ້າວອອກໄປສູ່ຕ່າງປະເທດດໍາເນີນທຸລະກິດຂອງຕົນ, ຊຶ່ງໄດ້ສ້າງຈຸດໃຈກາງສາງເກັບສິນຄ້າ LC ທີ່ຫຼວງພະບາງ, ປະລິມານການສົ່ງສິນຄ້າ ບັນລຸໄດ້ເຖິງ 730.000 ໂຕນ ຕໍ່ປີ, ສາມາດປະກອບສ່ວນດ້ານພັນທະໄດ້ເຖິງ  14 ລ້ານຢວນ; ທ່ານ ສີເມືອງ ແກ້ວວົງເພັດ ນັກທຸລະກິດໜຸ່ມລາວ ທີ່ເປີດບໍລິສັດ ສີເມືອງພັດທະນາກະສິກໍາ ຈໍາກັດ ກໍໄດ້ສົ່ງອອກສິນຄ້າກະສິກໍາຂອງ ລາວ ແລະ ໄທ ທີ່ມີຄຸນນະພາບສູງ ເຂົ້າສູ່ຕະຫຼາດຂອງປະເທດຈີນໂດຍຜ່ານເຂດອຸດສາຫະກໍາ.