ເວທີສົນທະນາໂຕະມົນ: ຊ່ອງທາງການຮ່ວມມືລະຫວ່າງສື່ມວນຊົນ ປະເທດ LM

lmcchina.org, June 12, 2023
Size:

ຕອນບ່າຍ ຂອງ ວັນທີ 31 ພຶດສະພາ 2023, ເວທີສົນທະນາລະຫວ່າງບັນນາທິການໃຫຍ່ ຂອງ ສື່ມວນຊົນປະເທດແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ (LM) ພາຍໃຕ້ຄໍາຂວັນ ນັບມື້ນັບມີໃບໜ້າອັນໃໝ່ ຕ້ອນຮັບອະນາຄົດທີ່ສົດໃສທີ່ເປັນກິດຈະກໍາແລກປ່ຽນວັດທະນະທໍາມະນຸດສາກົນໃນຍຸກສະໄໝໃໝ່ ພາຍໃຕ້ຫົວຂໍ້ ສາຍນໍ້າດຽວກັນ, ຄອບຄົວດຽວກັນໄດ້ຈັດຂຶ້ນທີ່ນະຄອນຄຸນໝິງ. ກິດຈະກໍາຄັ້ງນີ້ຈັດຂຶ້ນ ໂດຍປິ່ນອ້ອມຫົວຂໍ້ ຊ່ອງທາງການຮ່ວມມືດ້ານສື່ມວນຊົນ ຂອງບັນດາປະເທດ LM, ເຊິ່ງມີບັນນາທິການໃຫຍ່ ຂອງ ສື່ມວນຊົນ ຈາກປະເທດ LM ເຕົ້າໂຮມກັນ ຈັດເວທີສົນທະນາໂຕະມົນ.


ທ່ານ ຢຽນປິ່ນ, ສະມາຊິກຄະນະພັກ, ກໍາມະການຄະນະກິດຈະການສັງຄົມ, ຮອງບັນນາທິການໃຫຍ່ ໜັງສືພິມລາຍວັນ ຫູໜານ ຂຶ້ນມີຄໍາເຫັນ.

ທ່ານ ກູ້ເຈ່ຍຢຸ່ນ ຫົວໜ້າສູນຄົ້ນຄວ້າກ່ຽວກັບກໍາປູເຈຍ, ຮອງຫົວໜ້າສະຖາບັນອາຊີ, ມະຫາວິທະຍາໄລພາສາຕ່າງປະເທດ ປັກກິ່ງ ຂຶ້ນມີຄໍາເຫັນ.

ທ່ານ ຫຼູຈິ້ນ ກໍາມະການປະຈໍາຄະນະພັກ ກິ່ງແຂວງຫົງເຫີ, ຮອງເຈົ້າກິ່ງແຂວງຫົງເຫີ ຂຶ້ນມີຄໍາເຫັນ.

ທ່ານນາງ ປອ. Tran Thi Thuy ຮອງຫົວຫນ້າຫ້ອງການຄົ້ນຄວ້າປະຫວັດສາດ ແລະ ວັດທະນະທຳຂອງສະຖາບັນຄົ້ນຄວ້າກ່ຽວກັບປະເທດຈີນ, ບັນດິດສະພາວິທະຍາສາດສັງຄົມ ຫວຽດນາມ (Vietnam Academy of Social Sciences/VASS), ທັງເປັນປະລິນຍາເອກ ແລະ ນັກຄົ້ນຄວ້າກ່ຽວກັບປະເທດຈີນ ຂຶ້ນມີຄໍາເຫັນ.

ທ່ານນາງ Thong Sovan Raingsey, ຫົວໜ້າເລຂາຂອງສະໂມສອນນັກຂ່າວກໍາປູເຈຍທັງເປັນຜູ້ອໍານວຍການ ໜັງສືພິມລາຍວັນ ເກາະສັນຕິພາບ(Koh Santepheap Daily) ຂຶ້ນມີຄໍາເຫັນ.

ຜູ້ຕາງໜ້າຄະນະຊີ້ນໍາກິດຈະກໍາຄັ້ງນີ້ ໄດ້ມອບອຸປະກອນການແປພາສາແບບອັດສະລິຍະ ແລະ ຊອບແວສໍາລັບພາສາກຸ່ມຄົນສ່ວນໜ້ອຍ ໃຫ້ແກ່ຜູ້ຕາງໜ້ານັກສຶກສາ ແລະ ຄູອາຈານ ຈາກ 4 ສະຖາບັນສື່ມວນຊົນຂອງຫ້ອງທົດລອງສໍາຄັນດ້ານສື່ມວນຊົນຂອງແຂວງຢູນນານ.