ໄທ: RCEPເຮັດໃຫ້ປະເທດສະມາຊິກໄດ້ຮັບຜົນປະໂຫຍດ

CRI, June 7, 2023
Size:

ວັນທີ 2 ມິຖຸນານີ້, ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ໄດ້ມີຜົນບັງຄັບໃຊ້ຢູ່ຟິລິບປິນຢ່າງເປັນທາງການ, ຊຶ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ RCEP ເລີ່ມມີຜົນບັງຄັບໃຊ້ຢູ່15ປະເທດພາຄີຢ່າງຮອບດ້ານ.

ເຈົ້າໜ້າທີ່ກະຊວງການຄ້າໄທກ່າວວ່າ: RCEP ມີຜົນບັງຄັບໃຊ້ຢ່າງຮອບດ້ານ ບໍ່ພຽງແຕ່ມີບົດບາດໃນການຊູກຍູ້ການຄ້າລະຫວ່າງໄທກັບສະມາຊິກອື່ນໆເທົ່ານັ້ນ, ຍັງເຮັດໃຫ້ທຸກປະເທດສະມາຊິກRCEP ລ້ວນແຕ່ໄດ້ຮັບຜົນປະໂຫຍດ. ເອົາໄທເປັນຕົວຢ່າງ, ໄທສາມາດນຳເຂົ້າອາໄຫຼ່ລົດຍົນຈາກບັນດາປະເທດສະມາຊິກ RCEP, ເພື່ອເອົາອາໄຫຼ່ເຫຼົ່ານີ້ປະກອບເປັນລົດໃຫຍ່ຢູ່ໄທກ່ອນ, ແລ້ວສົ່ງໄປຂາຍຢູ່ປະເທດສະມາຊິກRCEP. ຂະບວນການນີ້ເຮັດໃຫ້ປະເທດສະມາຊິກທີ່ກ່ຽວຂ້ອງຂອງ RCEP ໄດ້ຮັບຜົນປະໂຫຍດ, ບັນດາປະເທດສະມາຊິກສາມາດດຳເນີນການຄ້າຂາເຂົ້າຂາອອກຫຼາຍກວ່າເກົ່າ. ເຈົ້າໜ້າທີ່ທ່ານນີ້ກ່າວຕື່ມວ່າ: ໃນການຄ້າສາກົນ, ຈີນແມ່ນປະເທດໃຫຍ່ທີ່ເສີມຂະຫຍາຍບົດບາດສຳຄັນ, ທັງໄດ້ມີບົດບາດສຳຄັນທີ່ສຸດໃນຂະບວນການເປິກສາຫາລືRCEP.