ກະຊວງຊັບພະຍາກອນນ້ຳ ສປ ຈີນ; ຍິນດີລົງເລິກການຮ່ວມມືທີ່ເປັນຮູບປະທຳດ້ານຊັບພະຍາກອນນ້ຳ LM ຢ່າງຕໍ່ເນື່ອງ

lmcchina.org, June 5, 2023
Size:

ທ່ານ ຈິ່ນຫ່າຍ (JinHai) ຫົວໜ້າກົມຮ່ວມມືສາກົນ ແລະ ເຕັກໂນໂລຊີ, ກະຊວງຊັບພະຍາກອນນ້ຳ  ສປ ຈີນ ໄດ້ກ່າວໃນວັນທີ 26 ພຶດສະພາວ່າ ຝ່າຍຈີນຍິນດີຮ່ວມກັບບັນດາປະເທດຢູ່ລຽບຕາມເຂດລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ (LM) ລົງເລິກການຮ່ວມມືທີ່ເປັນຮູບປະທຳດ້ານຊັບພະຍາກອນນ້ຳ LM ຢ່າງຕໍ່ເນື່ອງ ເພື່ອຮັບປະກັນດ້ານຄວາມໝັ້ນຄົງທາງນ້ຳທີ່ເຂັ້ມແຂງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມໃນເຂດລ້ອງແມ່ນ້ຳດັ່ງກ່າວ.

ທ່ານໄດ້ກ່າວວ່າ ໃນໂລປັດຈຸບັນ ເຂດລ້ອງແມ່ນ້ຳ LM ແມ່ນໜຶ່ງໃນບັນດາເຂດແຄວ້ນທີ່ມີກຳລັງແຮງບົ່ມຊ້ອນຫຼາຍທີ່ສຸດໃນການພັດທະນາເສດຖະກິດ, ເຊິ່ງບັນດາປະເທດໃນເຂດນີ້ລ້ວນແຕ່ປະເຊີນໜ້າກັບພາລະໜ້າທີ່ໜັກໜ່ວງໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາເສດຖະກິດ. ຍ້ອນວ່າຄວາມຕ້ອງການຕໍ່ພະລັງງານນ້ຳ ແລະ ຊັບພະຍາກອນນ້ຳ ຂອງ 6 ປະເທດ LM ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ສິ່ງທ້າທາຍດ້ານການປ່ຽນແປງຂອງດິນຟ້າອາກາດກໍນັບມື້ນັບຮຸນແຮງຂຶ້ນ, ການປົກປັກຮັກສາ ແລະ ຄຸ້ມຄອງບໍລິຫານດ້ານສິ່ງແວດລ້ອມພ້ອມດ້ວຍລະບົບນິເວດທາງນ້ຳຈຶ່ງໄດ້ກາຍເປັນບັນຫາທີ່ຕ້ອງແກ້ໄຂຢ່າງຮີບດ່ວນ. ການຮ່ວມມືດ້ານຊັບພະຍາກອນນ້ຳ LM ມີບົດບາດສຳຄັນຂັ້ນພື້ນຖານໃນຫຼາຍດ້ານ, ເຊັ່ນ: ການສ້າງຄວາມທົນທານຕໍ່ການປ່ຽນແປງຂອງດິນຟ້າອາກາດ, ການປ້ອງກັນ ແລະ ຄວບຄຸມໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ, ຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານການສະໜອງນ້ຳ, ການປົກປັກຮັກສາລະບົບນິເວດ, ການຄໍ້າຈູນການພັດທະນາແບບຍືນຍົງທາງດ້ານເສດຖະກິດ-ສັງຄົມ ແລະ ການຮັບໃຊ້ໃຫ້ແກ່ການສ້າງຄວາມຜາສຸກໃນຊີວິດການເປັນຢູ່ຂອງປະຊາຊົນ ແລະດ້ານອື່ນໆ, ສະນັ້ນ, ການນຳ 6 ປະເທດໄດ້ມີຄວາມຄາດຫວັງສູງຕໍ່ການລົງເລິກການຮ່ວມມືດ້ານຊັບພະຍາກອນນໍ້າ LM.  6 ປະເທດທີ່ຢູ່ລຽບຕາມເຂດລ້ອງແມ່ນໍ້າດັ່ງກ່າວລ້ວນແຕ່ ປະເຊີນໜ້າ ກັບຫົວຂໍ້ທີ່ວ່າ ເຮັດແນວໃດຈຶ່ງຈະສາມາດຊຸກຍູ້ການຮ່ວມມືດ້ານຊັບພະຍາກອນນ້ຳ LM ໃຫ້ກ້າວເຂົ້າສູ່ລວງເລິກຢ່າງໜັກແໜ້ນເປັນໄລຍະຍາວອີກກ້າວໜຶ່ງ, ຈະເພີ່ມທະວີຄວາມສາມາດໃນການຮັບມືກັບວິກິດການ ແລະ ສິ່ງທ້າທາຍໃນພາກພື້ນແນວໃດ ເພື່ອເຮັດໃຫ້ການຄ້ຳປະກັນດ້ານຊັບພະຍາກອນນ້ຳມີຄວາມໜັກແໜ້ນ ເພື່ອປະກອບສ່ວນເຂົ້າໃນ ການພັດທະນາແບບຍືນຍົງ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງພາກພື້ນ, ເພາະສະນັ້ນ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ເຕົ້າໂຮມສະຕິປັນຍາເຂົ້າກັນ ແລະ ແກ້ໄຂບັນຫາຮ່ວມກັນ.