ກະຊວງການຕ່າງປະເທດຈີນ: ຈີນຈະສືບຕໍ່ເພີ່ມທະວີດ້ານຮັກສາສຸຂະພາບ ແລະຄວາມຜາສຸກຂອງປະຊາຊົນທົ່ວໂລກດ້ວຍການກະທຳຕົວຈິງ

CRI, June 2, 2023
Size:

ວັນທີ 29 ພຶດສະພານີ້, ກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ, ມີນັກຂ່າວຖາມວ່າ: ເມື່ອບໍ່ດົນມານີ້, ທ່ານເອັມບາໂລ ປະທານາທິບໍດີກິເນບົດຊາວໄດ້ມອບ “ຫຼຽນກຽດຕິຍົດແຫ່ງຊາດດ້ານການຮ່ວມມື ແລະການພັດທະນາ” ໃຫ້ໜ່ວຍງານການແພດຂອງຈີນທີ່ຊ່ວຍເຫຼືອກິເນຍບົດຊາວ, ກະຊວງປ້ອງກັນປະເທດລາວໄດ້ມອບ “ຫຼຽນໄຊພິລະອາດຫານກອງທັບປະຊາຊົນລາວ” ໃຫ້ກຸ່ມຜູ້ຊ່ຽວຊານທາງການແພດໄປຊ່ວຍເຫຼືອລາວງວດທີ 8 ຂອງກອງທັບຈີນ, ກະຊວງສາທາລະນະສຸກກຳປູເຈຍໄດ້ມອບ “ຫຼຽນໄຊຣາຊະອານາຈັກກຳປູເຈຍ” ໃຫ້ໜ່ວຍງານການແພດພື້ນເມືອງຈີນຕ້ານກັບພະຍາດໂຄວິດ-19 ຂອງຈີນໄປຊ່ວຍເຫຼືອກຳປູເຈຍ, ເຊິ່ງໄດ້ຊົມເຊີຍວຽກງານຂອງໜ່ວຍງານການແພດໄປຊ່ວຍເຫຼືອຢູ່ຕ່າງປະເທດຂອງຈີນ. ຂໍຖາມທ່ານໂຄສົກວ່າມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?

ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ໃນຖານະທີ່ເປັນໜຶ່ງໃນປະເທດທີ່ພວມພັດທະນາ, ຈີນໄດ້ຮ່ວມທຸກຮ່ວມສຸກກັບປະເທດພວມພັດທະນາອື່ນໆມາໂດຍຕະຫຼອດ. ປັດຈຸບັນນີ້, ໜ່ວຍງານການແພດໄປຊ່ວຍເຫຼືອຢູ່ຕ່າງປະເທດຂອງຈີນພວມເຮັດວຽກຢູ່ 115 ແຫ່ງຂອງ 56 ປະເທດໃນທົ່ວໂລກ. ຈີນຈະສືບຕໍ່ສະໜອງການສະໜັບສະໜູນ ແລະການຊ່ວຍເຫຼືອຕົວຈິງໃຫ້ປະເທດພວມພັດທະນາ ເພື່ອເພີ່ມທະວີດ້ານຮັກສາສຸຂະພາບ ແລະຄວາມຜາສຸກຂອງປະຊາຊົນໃນທົ່ວໂລກ.