ຈັດກອງປະຊຸມຄະນະກຳມະການຮ່ວມມືດ້ານເສດຖະກິດ,ການຄ້າແລະເຕັກນິກຈີນ-ລາວຄັ້ງທີ 11 ຢູ່ປັກກິ່ງ

CRI, June 1, 2023
Size:

ຫວ່າງມໍ່ໆມານີ້, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງການຄ້າຈີນ ແລະ ກະຊວງແຜນການ ແລະ ການລົງທຶນລາວໄດ້ພ້ອມກັນຈັດກອງປະຊຸມຄະນະກຳມະການຮ່ວມມືດ້ານເສດຖະກິດ,ການຄ້າ ແລະ ເຕັກນິກຈີນ-ລາວຄັ້ງທີ 11 ຢູ່ນະຄອນຫຼວງປັກກິ່ງ.

ໂດຍປິ່ນອ້ອມການຈັດຕັ້ງປະຕິບັດຄວາມຮັບຮູ້ຄືກັນອັນສຳຄັນໃນຂົງເຂດເສດຖະກິດການຄ້າຂອງຜູ້ນຳສອງປະເທດ, ສອງຝ່າຍໄດ້ແລກປ່ຽນຄວາມຄິດຄວາມເຫັນຢ່າງເລິກເຊິ່ງກ່ຽວກັບການຮ່ວມມືໃນຂົງເຂດການເພີ່ມທະວີການຄ້າ ແລະ ການລົງທຶນ, ການເຊື່ອມຈອດກັນ, ພະລັງງານບໍ່ແຮ່ ແລະ ຊີວິດການເປັນຢູ່ຂອງປະຊາຊົນເປັນຕົ້ນ ພ້ອມດ້ວຍຫົວຂໍ້ຕ່າງໆກ່ຽວກັບການຮ່ວມມືຫຼາຍຝ່າຍ ແລະ ພາກພື້ນ.