ງານຕະຫຼາດນັດທີ່ເຂດຊາຍແດນມຽນມາ-ຈີນຄັ້ງທີ 4 ຈັດຂຶ້ນຢ່າງສຳເລັດຜົນ

CRI, May 31, 2023
Size:

   ງານຕະຫຼາດນັດທາງເສດຖະກິດການຄ້າທີ່ເຂດຊາຍແດນມຽນມາ-ຈີນຄັ້ງທີ 4 ແລະງານວາງສະແດງສິນຄ້າທາງເສດຖະກິດການຄ້າມຽນມາ-ຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງເນປີດໍປະເທດມຽນມາ ລະຫວ່າງວັນທີ 25-28 ພຶດສະພານີ້.

   ງານຕະຫຼາດນັດຄັ້ງນີ້ມີຫົວຂໍ້ວ່າ “ຮ່ວມກັນສ້າງຊ່ອງທາງໃໝ່, ພ້ອມກັນສະແຫວງຫາການພັດທະນາໃໝ່”, ມີຫ້ອງວາງສະແດງ 110 ກວ່າຫ້ອງ, ແບ່ງເປັນເຂດວາງສະແດງສິນຄ້າຈີນແລະເຂດມຽນມາ. ຝ່າຍຈີນໄດ້ສົ່ງຄະນະຜູ້ແທນເສດຖະກິດການຄ້າລວມ 156 ຄົນເດີນທາງໄປເຂົ້າຮ່ວມງານວາງສະແດງຄັ້ງນີ້ ຊຶ່ງລວມມີແຂວງຢຸນນານ, ແຂວງຊ່ານຕົ່ງ, ແຂວງເສສວນ, ນະຄອນຈຸ່ງກິ່ງ, ເຂດກວາງຊີ, ແຂວງຈ່ຽງຊູ່, ແຂວງກວາງຕຸ້ງ, ແຂວງເຮີນານເປັນຕົ້ນ ລວມທັງຜູ້ແທນ 130 ກວ່າຄົນຈາກວິສາຫະກິດ 82 ແຫ່ງ. ສິນຄ້າທີ່ນຳໄປວາງສະແດງລວມມີອາຫານ, ເຄື່ອງໃຊ້ປະຈຳວັນ, ເຄື່ອງໃຊ້ໄຟຟ້າໃນເຮືອນ, ລົດໄຟຟ້າ, ເຄື່ອງອາໄລ່ລົດຍົນ, ລົດຈັກແລະເຄື່ອງອາໄລ່ 500 ກວ່າຊະນິດ. ວິສາຫະກິດຈີນແລະມຽນມາໄດ້ເຊັນສັນຍາລວມມີມູນຄ່າເຖິງ 800 ກວ່າລ້ານຢວນ.