ງານແຂ່ງຂັນແລ່ນມາຣາທອນຕ້າຫຼີ ການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ປະຈໍາປີ 2023

lmcchina.org, May 30, 2023
Size:

   ໃນຕອນເຊົ້າ ວັນທີ 20 ພຶດສະພາທີ່ຜ່ານມາ, ງານແຂ່ງຂັນແລ່ນມາຣາທອນຕ້າຫຼີ ການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ປະຈໍາປີ 2023 ກໍຄື ງານແລ່ນມາຣາທອນຕ້າຫຼີ ແລ່ນເພື່ອຄວາມຮັກ ຄັ້ງທໍາອິດ ໄດ້ຈັດຂຶ້ນ ທີ່ນະຄອນຕ້າຫຼີ ແຂວງຢຸນນານ. ນັກແລ່ນທີ່ເຂົ້າຮ່ວມການແລ່ນຄັ້ງນີ້ໄດ້ແລ່ນເພື່ອຄວາມຮັກ ຕາມແລວທາງນິເວດລຽບຕາມທະເລສາບເອີຫາຍ ທີ່ຢູ່ຕີນພູຊາງສານ.

   ການແຂ່ງຂັນຄັ້ງນີ້ ດຳເນີນໄປພາຍໃຕ້ຫົວຂໍ້ ແລ່ນເພື່ອຄວາມຮັກ ວັນທີ 20 ພຶດສະພາ, ໂດຍປະກອບມີ 4 ປະເພດການແຂ່ງຂັນຄື: ການແລ່ນມາຣາທອນ ໄລຍະ 42,195 ກມ, ແລ່ນເຄິ່ງມາຣາທອນ ໄລຍະ 21,0975 ກມ, ແລ່ນເພື່ອຄວາມຮັກ ໄລຍະ 5,2 ກມ, ແລ່ນມາຣາທອນຄວາມຮັກ(ມາຣາທອນ, ເຄິ່ງທາຣາທອນ ໄລຍະ5,2 ກມ) ເຊິ່ງໄດ້ດຶງດູດນັກແລ່ນ ຫຼາຍກວ່າ 12000 ຄົນ ຈາກ 13 ປະເທດເຂົ້າຮ່ວມ, ເຊັ່ນ: 6 ປະເທດ ລຽບຕາມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ປະເທດແຄນຢາ, ອາເມລິກາ, ຝຣັ່ງ,  ການາດາ, ອົດສະຕາຣີ ແລະອື່ນໆ.

   ທ່ານ ນາງ ພະເວນຫວັນ ກົງສູນໃຫຍ່ ແຫ່ງ ຣາຊະອານາຈັກໄທ ປະຈໍາ ຄຸນໝິງ ສປ.ຈີນ ກ່າວວ່າ: ການແຂ່ງຂັນແລ່ນມາຣາທອນຄັ້ງນີ້ ເປັນໂອກາດດີໃຫ້ພວກເຮົາໄດ້ສໍາຜັດກັບ ວັດທະນະທຳ ແລະ ປະຫວັດສາດເກົ່າແກ່ເລິກເຊິ່ງ ຂອງ ນະຄອນຕ້າຫຼີ, ເປັນໂອກາດດີໃຫ້ພວກເຮົາໄດ້ເປັນສັກຂີພິຍານ ໃຫ້ແກ່ຊັບພະຍາກອນຊີວະພາບອັນອຸດົມສົມບູນ ແລະ ໝາກຜົນແຫ່ງການພັດທະນາດ້ານເສດຖະກິດທີ່ດີ ຂອງຕ້າຫຼີ, ທັງໄດ້ສົ່ງເສີມ ແບບແຜນການດໍາລົງຊີວິດສີຂຽວ, ເປັນມິດກັບສິ່ງແວດລ້ອມ ແລະ ມີສຸຂະພາບດີ, ເຊິ່ງຈະປະກອບສ່ວນເຂົ້າໃນ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ຂອງສະຫະປະຊາຊາດ ຮອດປີ 2030, ພ້ອມທັງເຊື່ອໝັ້ນວ່າ: ການແຂ່ງຂັນແລ່ນມາຣາທອນຕ້າຫຼີ ການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຈະກາຍເປັນ ຂົວຕໍ່ ເພື່ອສົ່ງເສີມການແລກປ່ຽນດ້ານວັດທະນະທຳ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ, ເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງ ປະຊາຊົນ ລຽບຕາມລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ.