ໄຂງານຕະຫຼາດນັດສິນຄ້າຕາມຊາຍແດນມຽນມາ(ລາຊິວ)-ຈີນ(ລີນຊ່າງ)ຄັ້ງທີ 4 ຢູ່ນະຄອນຫຼວງເນປີດໍຂອງມຽນມາ

CRI, May 30, 2023
Size:

ຕາມຂ່າວCRI: ວັນທີ 25 ພຶດສະພານີ້, ງານຕະຫຼາດນັດເສດຖະກິດການຄ້າຕາມຊາຍແດນມຽນມາ(ລາຊິວ)-ຈີນ(ລີນຊ່າງ)ຄັ້ງທີ 4 ກໍຄືງານວາງສະແດງເສດຖະກິດການຄ້າມຽນມາ(ເນປີດໍ)-ຈີນ(ລີນຊາງ) ໄດ້ໄຂຂຶ້ນຢູ່ນະຄອນຫຼວງເນປີດໍຂອງມຽນມາ.

ງານຕະຫຼາດນັດຕາມຊາຍແດນຄັ້ງນີ້ມີຫົວຂໍ້ຫຼັກວ່າ “ສ້າງເສັ້ນທາງໃໝ່ຮ່ວມກັນ, ສະແຫວງຫາການພັດທະນາໃໝ່ຮ່ວມກັນ”, ເຊິ່ງມີຈຸດປະສົງເພື່ອຊຸກຍູ້ການຄ້າແລະການລົງທຶນລະຫວ່າງວິສາຫະກິດຕ່າງໆຂອງມຽນມາແລະຈີນ, ຊຸກຍູ້ການຮ່ວມມືດ້ານຂະແໜງການທ່ອງທ່ຽວແລະເຕັກໂນໂລຊີອຸດສາຫະກຳແລະຈະສ້າງໂອກາດການປະກອບອາຊີບໃຫ້ຫຼາຍກວ່າເກົ່າ.

ຂ່າວແຈ້ງວ່າ, ງານຕະຫຼາດນັດຕາມຊາຍແດນຄັ້ງນີ້ຈະດຳເນີນໄປຮອດວັນທີ 28 ພຶດສະພານີ້,ໄດ້ຕັ້ງບ່ອນວາງສະແດງ110 ກວ່າແຫ່ງ, ເຄື່ອງວາງສະແດງສ່ວນຫຼາຍແມ່ນຜະລິດຕະພັນສີລະປະກຳ, ຜະລິດຕະພັນກະສິກຳ, ເຄື່ອງໄຟຟ້າ, ເສື້ອ, ວັດສະດຸກໍ່ສ້າງແລະອື່ນໆ. ໃນໄລຍະນັ້ນຍັງຈະຈັດກອງປະຊຸມສົນທະນາດ້ານການຮ່ວມມືເສດຖະກິດການຄ້າລະຫວ່າງຈີນ-ມຽນມາກໍຄືພິທີເຊັນສັນຍາແລະກິດຈະກຳອື່ນໆ.