ຂະບວນນັກຮຽນລາວຫຼາຍກວ່າ 100 ຄົນ ເດີນທາງເຖິງ ສປ ຈີນແລ້ວເພື່ອເຂົ້າຮ່ວມງານສະເຫຼີມສະຫຼອງວັນເດັກນ້ອຍສາກົນແລະ ທັດສະນະສຶກສາ

CRI, May 26, 2023
Size:

   ຂະບວນນັກຮຽນລາວ ພ້ອມດ້ວຍຄະນະຮັບຜິດຊອບ ທັງໝົດ 125 ຄົນ ນໍາໂດຍທ່ານ ສີສະໝຸດ ແສນບຸດຕະລາດ ຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ແລະ ທ່ານ ນາງ ໂຈ່ວຈື້ເຟິ່ນ ເລຂາທິການສະຫະພັນເພື່ອການກຸສົນຂອງຈີນ ພ້ອມດ້ວຍບັນດາຄະນະກົມ, ຫົວໜ້າພະແນກ, ຄູນໍາພາ ແລະ ວິຊາການທີ່ກ່ຽວຂ້ອງ, ໄດ້ເດີນທາງໄປເຖິງເມືອງຊຽງຮຸ່ງ ກິ່ງແຂວງສິບສອງພັ່ນນາ ແຂວງຢູນນານ ຈີນ ໃນວັນທີ 23 ພຶດສະພາ 2023 ດ້ວຍຂະບວນລົດໄຟຄວາມໄວສູງ ຖ້ຽວ D 888 ເພື່ອເຂົ້າຮ່ວມງານສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ທັດສະນະສຶກສາ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ຮອງປະທານສະພາປະຊາຊົນກິ່ງແຂວງສິບສອງພັ່ນນາ, ພ້ອມດ້ວຍນ້ອງຄູອາຈານ, ນັກຮຽນ ແລະ ຄະນະຮັບຜິດຊອບຝ່າຍຈີນ.

   ຕະຫຼອດໄລຍະການເດີນທາງ, ບັນດານັກຮຽນລາວໄດ້ເຮັດກິດຈະກໍາຫຼາຍເທິງລົດໄຟຢ່າງຟົດຟື້ນມ່ວນຊື່ນ ເປັນຕົ້ນແມ່ນຮ້ອງເພງ, ແຕ້ມຮູບ, ຂຽນຄວາມຝັນຂອງຕົນເອງ ແລະ ກິດຈະກໍາອື່ນໆ. ນອກຈາກນີ້, ຄະນະຮັບຜິດຊອບລົດໄຟຈີນ-ລາວ ຍັງໄດ້ມອບກະເປົາ, ເສື້ອຍືດ ແລະ ອາຫານເບົາ ໃຫ້ແກ່ຂະບວນເດີນທາງໃນຄັ້ງນີ້.

    ສໍາລັບເຍົາວະຊົນລາວທີ່ເຂົ້າຮ່ວມເດີນທາງໃນຄັ້ງນີ້ແມ່ນນັກຮຽນເກັ່ງຊັ້ນປະຖົມປີທີ 5 ຊຶ່ງໄດ້ຜ່ານການຄັດເລືອກຈາກທົ່ວປະເທດ ໂດຍໃຫ້ບຸລິມະສິດ ແຂວງລະ 3 ຄົນ ໃນ 3 ວິຊາ ຄື: ເກັ່ງວິຊາພາສາລາວ-ວັນນະຄະດີ, ເກັ່ງວິຊາຄະນິດສາດ ແລະ ເກັ່ງວິຊາໂລກອ້ອມຕົວ. ນອກຈາກນັ້ນ, ຍັງໄດ້ຄັດເລືອກນັກຮຽນພອນສະຫວັນດີເດັ່ນ ແລະ ຜູ້ມີເງື່ອນໄຂຈາກໂຮງຮຽນປະຖົມແຫ່ງຕ່າງໆທັງພາກລັດ ແລະ ເອກະຊົນພາຍໃນນະຄອນຫຼວງວຽງຈັນອີກຈຳນວນໜຶ່ງ.

   ການສະເຫຼີມສະຫຼອງວັນເດັກນ້ອຍສາກົນລະຫວ່າງນັກຮຽນລາວ ແລະ ນັກຮຽນຈີນໃນຄັ້ງນີ້ແມ່ນກິດຈະກໍາຮ່ວມລະຫວ່າງສະຫະພັນເພື່ອການກຸສົນຂອງຈີນ ແລະ ກະຊວງສຶກສາທິການ ແລະ ກິລາຂອງລາວ ເພື່ອຮັດແໜ້ນສາຍພົວພັນທາງການທູດ ແລະ ການຮ່ວມມືຂອງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດຈີນ-ລາວ ພາຍໃຕ້ໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ” ພ້ອມທັງເປັນການສົ່ງເສີມເຍົາວະຊົນລາວ ໄດ້ແລກປ່ຽນວັດທະນະທໍາກັບເຍົາວະຊົນຈີນ ແລະ ຮຽນຮູ້ບົດຮຽນອັນດີ ໃນການພັດທະນາຊັບພະຍາກອນມະນຸດ ຂອງຈີນຕື່ມອີກ.