8 ພັກການເມືອງຂອງໄທເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຕັ້ງ ລັດຖະບານປະສົມ

CRI, May 25, 2023
Size:

ຕອນບ່າຍວັນທີ 22 ພຶດສະພານີ້, 8 ພັກການເມືອງຂອງໄທເຊັ່ນ: ພັກກ້າວໄກທີ່ນຳໜ້າຊົ່ວຄາວໃນການເລືອກຕັ້ງສະພາຜູ້ແທນລາດຊະດອນຂອງລັດຖະສະພາໄທແລະພັກເພື່ອໄທເປັນຕົ້ນໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຕັ້ງລັດຖະບານປະສົມ.

ບົດບັນທຶກສະບັບດັ່ງກ່າວແມ່ນພົວພັນເຖິງຄວາມເຫັນຮ່ວມກັນຫຼາຍສະບັບທີ່ຝ່າຍຕ່າງໆຕົກລົງກັນ, ລວມທັງຊຸກຍູ້ການປັບປຸງລັດຖະທຳມະນູນ, ປະຕິຮູບ ກອງທັບ, ພັດທະນາເສດຖະກິດ, ຫຼຸດຊ່ອງຫວ່າງລະຫວ່າງຄົນທຸກຍາກ ແລະ ຄົນຮັ່ງມີ, ປະຕິຮູບລະບຽບການສະຫວັດດີການສັງຄົມແລະອື່ນໆ.