ພັນທະມິດ 10 ພັກຂອງໄທຕັດສິນໃຈຮ່ວມກັນສ້າງຕັ້ງຄະນະລັດຖະບານຊຸດໃໝ່

CRI, May 24, 2023
Size:

ວັນທີ 19 ພຶດສະພານີ້ຕາມເວລາທ້ອງຖິ່ນ, ພັກຊາດພັດທະນາກ້າ ທີ່ໄດ້ 2 ບ່ອນນັ່ງໃນສະພາຜູ້ແທນລາຊະດອນຕັດສິນໃຈຈະສ້າງຕັ້ງຄະນະລັດຖະບານຮ່ວມກັບພັກກ້າວໄກ. ກ່ອນໜ້ານີ້, ພັກໃໝ່ ທີ່ມີ 1 ບ່ອນນັ່ງໃນສະພາຜູ້ແທນລາຊະດອນ ກໍໄດ້ປະກາດຈະເຂົ້າຮ່ວມການສ້າງຕັ້ງລັດຖະບານຊຸດໃໝ່. ນັບມາຮອດປັດຈຸບັນນີ້, ພັນທະມິດທີ່ປະກອບດ້ວຍ 10 ພັກການເມືອງ ເຊັ່ນ: ພັກກ້າວໄກ ແລະ ພັກເພື່ອໄທເປັນຕົ້ນ ໄດ້ຕັດສິນໃຈຮ່ວມກັນສ້າງຕັ້ງລັດຖະບານຊຸດໃໝ່, ພັນທະມິດ 10 ພັກນີ້ມີ 316 ບ່ອນນັ່ງໃນສະພາຜູ້ແທນລາຊະດອນ, ເຫັນດີເປັນເອກະພາບກັນທີ່ສະໜັບສະໜູນທ່ານພິທາ ລີ້ມຈະເລີນຣັດ ປະທານພັກກ້າວໄກຂຶ້ນດຳລົງຕຳແໜ່ງນາຍົກລັດຖະມົນຕີ.

ພັກການເມືອງ ຫຼື ພັນທະມິດພັກການເມືອງ ທີ່ຍາດໄດ້ຫຼາຍກວ່າ 250 ບ່ອນນັ່ງໃນຈຳນວນ 500 ບ່ອນນັ່ງໃນສະພາຜູ້ແທນລາຊະດອນ ຈະມີສິດສ້າງຕັ້ງຄະນະລັດຖະບານ, ແຕ່ອີງຕາມລັດຖະທຳມະນູນໄທສະບັບປີ 2017, ຜູ້ສະໝັກຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ ທີ່ພັກການເມືອງສະເໜີນັ້ນ ຕ້ອງໄດ້ບັດສະໜັບສະໜູນກວ່າເຄິ່ງໜຶ່ງ ຄື ຢ່າງໜ້ອຍໄດ້ຮັບບັດສະໜັບສະໜູນ 376 ບັດ ໃນຈຳນວນ 750 ບັດໃນວຸດທິສະພາ ແລະ ສະພາຜູ້ແທນລາຊະດອນ ຈິ່ງສາມາດຂຶ້ນເປັນນາຍົກລັດຖະມົນຕີຄົນໃໝ່ໄດ້.