ພາຍຸໝູນເຂດຮ້ອນ “ໂມຈາ” ເຮັດໃຫ້ມຽນມາ 140 ກວ່າຄົນເສຍຊີວິດ

CRI, May 23, 2023
Size:

ຄະນະກຳມະການການບໍລິຫານງານແຫ່ງຊາດມຽນມາເປີດເຜີຍໃນວັນທີ 19 ພຶດສະພານີ້ສະແດງໃຫ້ເຫັນວ່າ, ພາຍຸໝູນເຂດຮ້ອນ “ໂມຈາ” ໄດ້ເຮັດໃຫ້ມຽນມາ 140 ກວ່າຄົນເສຍຊີວິດແລ້ວ.

ຕາມຂ່າວແຈ້ງວ່າ, ພາຍຸໝູນ “ໂມຈາ” ເຮັດໃຫ້ຫຼາຍເຂດປະສົບໄພ. ນັບມາຮອດຕອນບ່າຍວັນທີ 19 ພຶດສະພານີ້, ມີເຮືອນ 183.024 ຫຼັງ, ໂຮງຮຽນ 1.397 ແຫ່ງ, ສະໜາມບິນ 2 ແຫ່ງ, ໂຮງໝໍ ຫຼື ຄລີນິກ 227 ແຫ່ງຖືກທຳລາຍ. ປັດຈຸບັນ, ພະນັກງານກູ້ໄພພວມດຳເນີນການກູ້ໄພ ແລະ ສ້າງສາຄືນໃໝ່ຢູ່ເຂດປະສົບໄພ.

ຕົວເລກຕິດຕາມທາງອຸຕຸນິຍົມສະແດງໃຫ້ເຫັນວ່າ: ພາຍຸໝູນ “ໂມຈາ” ໄດ້ພັດຖະຫຼົ່ມບັງກະລາເດັດ ແລະ ເຂດແຄມທະເລຂອງມຽນມາດ້ວຍຄວາມໄວ 209 ກິໂລແມັດຕໍ່ຊົ່ວໂມງໃນວັນທີ 14 ພຶດສະພານີ້, ຫຼັງຈາກນັ້ນສືບຕໍ່ເຄື່ອນຂຶ້ນສູ່ພາກເໜືອ ແລະ ກໍ່ຜົນທຳລາຍໃນລະດັບຕ່າງກັນຕາມຊ່ອງທາງທີ່ພາຍຸໝູນເຄື່ອນຜ່ານ.