ງານແຂ່ງຂັນກິລາຊີເກມຄັ້ງທີ 32 ສຳເລັດລົງຢູ່ກຳປູເຈຍ

CRI, May 22, 2023
Size:

ຕອນຄ່ຳວັນທີ 17 ພຶດສະພານີ້, ງານແຂ່ງຂັນກິລາຊີເກມຄັ້ງທີ 32 ໄດ້ສຳເລັດລົງຢູ່ສະໜາມກິລາແຫ່ງຊາດ ທີ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ໂດຍຫວຽດນາມເປັນປະເທດທີ່ຊີງໄດ້ຫຼຽນຄຳຫຼາຍກວ່າໝູ່ບົນຕາຕະລາງລຽງອັນດັບຫຼຽນຄຳ.

ທ່ານຮຸນເຊັນ ນາຍົກລັດຖະມົນຕີກຳປູເຈຍໄດ້ກ່າວປິດພິທີຂອງງານວ່າ: ງານກິລາຊີເກມສຳເລັດລົງຢ່າງຈົບງາມ ເຊິ່ງສະແດງໃຫ້ເຫັນເຖິງຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມືລະຫວ່າງປະເທດອາຊີຕາເວັນອອກສຽງໃຕ້, ການຈັດງານແຂ່ງຂັນຄັ້ງນີ້ຢ່າງປະສົບ ຜົນສຳເລັດແມ່ນເປັນສ່ວນໜຶ່ງຂອງຈິດໃຈຄວາມສາມັກຄີ, ເຂົ້າອົກເຂົ້າໃຈກັນ, ມິດຕະພາບ ແລະ ການຫຼອມລວມຂອງອາຊຽນ. ທ່ານຮຸນເຊັນຍັງໄດ້ສະແດງຄວາມຂອບໃຈຕໍ່ຈີນ ທີ່ໄດ້ຊ່ວຍສ້າງສະໜາມກິລາແຫ່ງຊາດກຳປູເຈຍ, ສະໜາມກິລາດັ່ງກ່າວສາມາດບັນຈຸຜູ້ຊົມໄດ້ປະມານ 60.000 ຄົນ, ເປັນສະຖານທີ່ຈັດພິທີເປີດ ແລະ ພິທີປິດຂອງງານແຂ່ງຂັນກິລາຄັ້ງນີ້ ແລະ ກໍແມ່ນສະໜາມກິລາຫຼັກຂອງງານແຂ່ງຂັນກິລາຊີເກມຄັ້ງນີ້ເຊັ່ນດຽວກັນ.

ໃນພິທີປິດງານ, ກຳປູເຈຍໄດ້ສົ່ງຕໍ່ທຸງສະມາຄົມງານແຂ່ງຂັນກິລາຊີເກມໃຫ້ແກ່ປະເທດໄທ ປະເທດເຈົ້າພາບຂອງງານແຂ່ງຂັນກິລາຊີເກມຄັ້ງທີ 33 ທີ່ຈະຈັດຂຶ້ນໃນປີ 2025.