ກິດຈະກໍາການແລ່ນມາລາທອນ ຕ້າຫຼີ ພາຍໃຕ້ຂອບການຮ່ວມມື LM ປະຈໍາປີ 2023 ໄດ້ດຶງດູດນັກກີລາຈາກຫຼາຍປະເທດເຂົ້າຮ່ວມ

lmcchina.org, May 22, 2023
Size:

ກິດຈະກໍາການແລ່ນມາລາທອນ ພາຍໃຕ້ຂອບການຮ່ວມມືແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ (LM) ປະຈໍາປີ 2023 ຈະຈັດຂຶ້ນໃນວັນທີ 20 ພຶດສະພາ ທີ່ເມືອງ ຕ້າຫຼີ, ກິ່ງແຂວງປົກຄອງຕົນເອງຊົນເຜົ່າປາຍ (Bai) ຕ້າຫຼີ ແຂວງຢູນນານ. ງານມາລາທອນຄັ້ງນີ້ ໄດ້ມີນັກກີລາຈາກ 6 ປະເທດ LM  ແລະ ນັກກີລາມາຈາກ 13 ປະເທດ ແລະ ພາກພື້ນເຂົ້າຮ່ວມ ເຊັ່ນ ປະເທດເຄັນຍາ, ສະຫະລັດອາເມຣິກາ, ຝຣັ່ງ, ການາດາ ແລະອົດສະຕຣາລີ ເປັນຕົ້ນ.

ຈຸດປະສົງຂອງການຈັດກິດຈະກໍາຄັ້ງນີ້ ແມ່ນເພື່ອຊຸກຍູ້ສົ່ງເສີມການຮ່ວມມືສາກົນຂອງປະເທດ LM, ຮັດແໜ້ນສາຍພົວພັນໄມຕີຈິດມິດຕະພາບ ຖານບ້ານໃກ້ເຮືອນຄຽງທີ່ດີລະຫວ່າງບັນດາປະເທດ LM ໃຫ້ເລິກເຊິ່ງຂຶ້ນກວ່າເກົ່າ,  ຊ່ວຍເພີ່ມປະສິດທິຜົນໃນການດັດສົມຊັບພະ ຍາກອນຂອງແຕ່ລະປະເທດທີ່ມີໃຫ້ດີຍິ່ງຂຶ້ນ, ທັງເພື່ອພ້ອມກັນຄົ້ນຄວ້າຊອກຫາຊ່ອງທາງການຮ່ວມມື ແລະ ນະວັດຕະກໍາໃໝ່, ສົ່ງເສີມການເຊື່ອມໂຍງດ້ານ "ການກິລາ + ການທ່ອງທ່ຽວ" ເຂົ້າໃນການພັດທະນາ.

ກິດຈະກໍາມາລາທອນຄັ້ງນີ້ ໄດ້ແບ່ງອອກເປັນ 4 ກຸ່ມໃຫຍ່, ຄື: ແລ່ນມາລາທອນຮອດປາຍທາງ ( ໄລຍະທາງ 42,195Km), ເຄິ່ງມາລາທອນ (ໄລຍະທາງ 21,0975Km), ແລ່ນເພື່ອຄວາມຮັກ (ໄລຍະທາງ 5,2Km), ມາລາທອນຮັກດຽວໃຈດຽວ 1314 (ແລ່ນຮອດປາຍ ທາງ, ເຄິ່ງມາລາທອນ, ໄລຍະທາງ 5,2 Km). ຈໍານວນຂອງຜູ້ເຂົ້າຮ່ວມການແຂ່ງຂັນມີທັງ  ໝົດ 13628 ຄົນ, ປະກອບມີຜູ້ເຂົ້າຮ່ວມການແລ່ນມາລາທອນຮອດປາຍທາງ 2000 ຄົນ, ເຄິ່ງມາລາທອນ 4000 ຄົນ, ແລ່ນເພື່ອຄວາມຮັກ ໄລຍະທາງ 5,2 Km ຈໍານວນ 5000 ຄົນ, ແລ່ນມາລາທອນຮັກດຽວໃຈດຽວ 1314 ຈຳນວນ 2628 ຄົນ. ການອອກແບບກິດຈະກໍາແລ່ນມາລາທອນຄັ້ງນີ້ ໄດ້ສະທ້ອນໃຫ້ເຫັນເຖິງຈຸດພິເສດທາງວັດທະນະທໍາຂອງປະເທດລາວ, ໄທ, ມຽນມາ, ຫວຽດນາມ ແລະ ກໍາປູເຈຍ; ຈຸດສະໜອງເຄື່ອງດື່ມເຄຶ່ອງກິນໃຫ້ນັກກີລາ ຢູ່ຂອບທາງລຽບຕາມເສັ້ນທາງການແລ່ນມາລາທອນນັ້ນ ຍັງໄດ້ສະແດງໃຫ້ເຫັນເຖິງສິນຄ້າທີ່ມີເອກະ ລັກສະເພາະຂອງບັນດາປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້, ພ້ອມດຽວກັນນັ້ນ ກໍນໍາໃຊ້ກິລາເປັນສື່ກາງສ້າງເປັນເວທີເຊື່ອມໂຍງແລກປ່ຽນຫຼາຍຝ່າຍ.