ກິດຈະກໍາ "ງານເທດສະການ ໝາກໄມ້ LM---ປະເທດໄທ" ຈັດຂຶ້ນທີ່ນະຄອນຄຸນໝິງ

lmcchina.org, May 22, 2023
Size:

ວັນທີ 13 ພຶດສະພາ ຜ່ານມານີ້,  ກິດຈະກໍາ “ງານເທດສະການ ໝາກໄມ້ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ(LM)---ປະເທດໄທ”  ໄດ້ຈັດຂຶ້ນທີ່ ຖະໜົນໜານຜິງນະຄອນຄຸນໝິງ, ເຊິ່ງຮ້ານຂາຍໝາກຖົ່ວລຽນ ໄດ້ຖືກອ້ອມຮອບໄປດ້ວຍປະຊາຊົນຢ່າງຄັບຄາໜາແໜ້ນ. ກິດຈະກໍາຄັ້ງນີ້ ໄດ້ເລີ່ມຈັດຂຶ້ນໃນວັນທີ 12 ພຶດສະພາ ເປັນເວລາ 3 ວັນ  ເຊິ່ງມີວິສາຫະກິດໝາກໄມ້ທີ່ມີຄຸນນະພາບສູງ  28 ແຫ່ງເຂົ້າຮ່ວມງານຄັ້ງນີ້.

ພະນັກງານກ່ຽວຂ້ອງຂອງພະແນກການຄ້າແຂວງຢູນນານໄດ້ແນະນໍາໃຫ້ຮູ້ວ່າ ໃນໄຕມາດທຳອິດຂອງປີນີ້, ການຄ້າຂາຍໝາກໄມ້ຈີນກັບປະເທດແມ່ນໍ້າຂອງໄດ້ບັນລຸເຖິງ 1747 ລ້ານ ໂດລາ ສຫລ, ໝາກຖົ່ວລຽນ, ລໍາໄຍ, ໝາກກ້ຽງ, ໝາກມັງຄຸດ, ໝາກພ້າວ ແລະ ໝາກໄມ້ຫຼາຍຊະນິດຈາກບັນດາປະເທດແມ່ນໍ້າຂອງ ໄດ້ຂົນສົ່ງຜ່ານທາງລົດໄຟລາວ-ຈີນ ເຂົ້າມາຈໍາໜ່າຍໃນຂອບເຂດທົ່ວປະເທດຈີນ ນັບມື້ນັບຫຼາຍຂຶ້ນ. ທ່ານ ຫຼີ ລີ້ ປະທານສະພາບໍລິຫານຂອງບໍລິສັດພັດທະນາອຸດສາຫະກໍາການຜະລິດກະສິກໍາຕ່ຽນກົວຫຼຽນ ຢູນນານ ກ່າວວ່າ ນັບແຕ່ທາງລົດໄຟ ລາວ-ຈີນ ເປີດໃຫ້ບໍລິການເປັນຕົ້ນມາ ໄດ້ອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງໝາກໄມ້ມາແຂວງຢູນນານໄດ້ຢ່າງຫຼວງຫຼາຍ.