ໄທເປີດເຜີຍຜົນການເລືອກຕັ້ງສະມາຊິກສະພາຜູ້ແທນລາຊະດອນແບບບໍ່ເປັນທາງການ

CRI, May 19, 2023
Size:

ຕອນເຊົ້າວັນທີ 15 ພຶດສະພານີ້, ຄະນະກຳມະການການເລືອກຕັ້ງຂອງໄທໄດ້ເປີດເຜີຍຜົນການນັບບັດແບບບໍ່ເປັນທາງການຂອງການເລືອກຕັ້ງສະມາຊິກສະພາຜູ້ແທນລາຊະດອນ, ພັກກ້າວໄກ ແລະພັກເພື່ອໄທ ທີ່ຕ່າງກໍເປັນພັກຝ່າຍຄ້ານນັ້ນ ລວມທັງໝົດຍາດໄດ້ຫຼາຍກວ່າເຄິ່ງໜຶ່ງຂອງບ່ອນນັ່ງໃນສະພາຜູ້ແທນລາຊະດອນ.

ປະທານຄະນະກຳມະການການເລືອກຕັ້ງຂອງໄທກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນມື້ດັ່ງກ່າວວ່າ: ວຽກງານນັບບັດໄດ້ສຳເລັດ 99,18% ແລ້ວ, ຜົນການນັບບັດແບບບໍ່ເປັນທາງການສະແດງໃຫ້ເຫັນວ່າ: ພັກກ້າວໄກຍາດໄດ້ 151 ບ່ອນນັ່ງ ແລະກາຍເປັນພັກໃຫຍ່ອັນດັບທີ 1 ໃນສະພາຜູ້ແທນລາຊະດອນ. ອັນດັບທີ 2 ພັກເພື່ອໄທໄດ້ 141 ບ່ອນນັ່ງ. ສ່ວນພັກພູມໃຈໄທ ທີ່ນຳພາໂດຍທ່ານອະນຸທິນ ຊານວິຣະກຸນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງສາທາລະນະສຸກໄທຄົນປັດຈຸບັນຢູ່ອັນດັບທີ 3 ໄດ້ 71 ບ່ອນນັ່ງ.