ປະລິມານຂົນສົ່ງສິນຄ້າຕາມເສັ້ນທາງລົດໄຟຈີນ-ລາວມີຫຼາຍກວ່າ 20 ລ້ານໂຕນ

CRI, May 19, 2023
Size:

ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນສາຂາຄຸນໝິງແຈ້ງໃຫ້ຮູ້ວ່າ, ນັບແຕ່ເປີດບໍລິການເມື່ອວັນທີ 3 ທັນວາ 2021 ເປັນຕົ້ນມາ, ຮອດວັນທີ 16 ພຶດສະພາ 2023 ນີ້, ໄດ້ຂົນສົ່ງສິນຄ້າທັງໝົດ ຫຼາຍກວ່າ 20 ລ້ານໂຕນ. ໃນນັ້ນ, ການຂົນສົ່ງສິນຄ້າຂ້າມຊາດມີຫຼາຍກວ່າ 4 ລ້ານໂຕນ, ມູນຄ່າ 17,7 ຕື້ຢວນ.

ນັບແຕ່ເດືອນມັງກອນ ຫາ ເດືອນເມສາປີ 2023ນີ້, ປະລິມານຂົນສົ່ງສິນຄ້າຕາມເສັ້ນທາງລົດໄຟຈີນ-ລາວໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ, ນັບລວມແລ້ວໄດ້ຂົນສົ່ງສິນຄ້າ 6,69 ລ້ານໂຕນ, ເພີ່ມຂຶ້ນ 4,08 ລ້ານໂຕນ ເທົ່າກັບ 156% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.

ນັບແຕ່ເສັ້ນທາງລົດໄຟຈີນ-ລາວເປີດບໍລິການເປັນເວລາ 17 ເດືອນເປັນຕົ້ນມາ, ປະເພດສິນຄ້າໄດ້ອຸດົມສົມບູນຂຶ້ນ, ໂດຍເພີ່ມຈາກ 10 ກວ່າປະເພດໃນເບື້ອງຕົ້ນຂຶ້ນເປັນ 2000 ກວ່າປະເພດໃນປັດຈຸບັນ.