ທີມແພດແຜນຈີນທີ່ຊ່ວຍກຳປູເຈຍຕ້ານພະຍາດໂຄວິດ-19 ໄດ້ຮັບເຄື່ອງຣາດອິດສະລິຍະພອນອັດສະວິນຂອງກຳປູເຈຍ

CRI, May 18, 2023
Size:

ວັນທີ 15 ພຶດສະພານີ້, ກະຊວງສາທາລະນະສຸກກຳປູເຈຍ ໄດ້ຈັດພິທີສົ່ງ ແລະ ປະດັບເຄື່ອງຣາດອິດສະລິຍະພອນໃຫ້ແກ່ທີມແພດແຜນຈີນທີ່ຊ່ວຍກຳປູເຈຍຕ້ານພະຍາດໂຄວິດ-19 ຂອງຈີນ, ທ່ານມຳບຸນເຮງ ລັດຖະມົນຕີກະຊວງສາທາລະນະສຸກກຳປູເຈຍ ໄດ້ປະດັບເຄື່ອງຣາດອິດສະລິຍະພອນຂອງຣາຊະອານາຈັກກຳປູເຈຍໃຫ້ແກ່ສະມາຊິກທີມແພດ 17 ທ່ານ.

ທ່ານມຳບຸນເຮງຕາງໜ້າໃຫ້ລັດຖະບານຣາຊະອານາຈັກກຳປູເຈຍ ສະແດງຄວາມຂອບໃຈຢ່າງຈິງໃຈອີກເທື່ອໜຶ່ງຕໍ່ລັດຖະບານ ແລະ ປະຊາຊົນຈີນທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຄວາມຊ່ວຍເຫຼືອແກ່ກຳປູເຈຍໃນໄລຍະດົນນານມານີ້ ໂດຍສະເພາະໄດ້ຊ່ວຍກຳປູເຈຍຕ້ານກັບການແພ່ລະບາດຂອງພະຍາດໂຄວິດ-19 ຢ່າງຮອບດ້ານ ລວມທັງໃຫ້ການຊ່ວຍເຫຼືອດ້ານວັກຊີນ, ອຸປະກອນການແພດ, ອຸປະກອນປ້ອງກັນພະຍາດ ແລະ ສົ່ງທີມແພດໄປກຳປູເຈຍ ໃນໄລຍະເກີດມີການແພ່ລະບາດຂອງພະຍາດດັ່ງກ່າວ, ພ້ອມທັງສະແດງຄວາມເຄົາລົບອັນສູງສົ່ງຕໍ່ຜູ້ຊ່ຽວຊານດ້ານແພດແຜນຈີນທີ່ໄດ້ພັດພາກຈາກປະເທດຊາດ ກໍຄືຄອບຄົວຕົນ ເພື່ອໄປປະຕິບັດພາລະກຳດ້ານມະນຸດສະທຳອັນສູງສົ່ງຢູ່ກຳປູເຈຍ.

ທ່ານມຳບຸນເຮງຍັງກ່າວຕື່ມວ່າ: “ທີມແພດໄດ້ຖ່າຍທອດບົດຮຽນດ້ານຄຣີນິກທີ່ມີປະສິດທິຜົນ ໃນການຕ້ານກັບພະຍາດໂຄວິດ-19 ດ້ວຍແພດແຜນຈີນຈາກຈີນໃຫ້ແກ່ກຳປູເຈຍ ເຊິ່ງໄດ້ຍົກລະດັບການແພດໃຫ້ແກ່ທ້ອງຖິ່ນ ແລະ ໄດ້ຮັບຄວາມຍ້ອງຍໍຊົມເຊີຍຈາກວົງການຕ່າງໆໃນສັງຄົມກຳປູເຈຍໂດຍທົ່ວໄປ.