ຫຼາຍທ້ອງຖິ່ນຂອງມຽນມາໄດ້ຮັບຜົນກະທົບຈາກພາຍຸໄຕ້ຝຸ່ນ “ໂມຈາ”

CRI, May 18, 2023
Size:

ຕອນທ່ຽງວັນທີ 14 ພຶດສະພານີ້ຕາມເວລາທ້ອງຖິ່ນ, ພາຍຸໄຕ້ຝຸ່ນຂະໜາດໃຫຍ່ “ໂມຈາ” ໄດ້ພັດເຂົ້າລັດຍະໄຄ ທາງພາກຕາເວັນຕົກມຽນມາ ເຊິ່ງມີຄວາມໄວລົມຫຼາຍກວ່າ 200 ກິໂລແມັດຕໍ່ຊົ່ວໂມງໃນເວລາພັດຂຶ້ນຝັ່ງ. ຄວາມແຮງຂອງພາຍຸບໍ່ພຽງແຕ່ເຮັດໃຫ້ແຄມຝັ່ງທະເລລັດຍະໄຄເກີດຝົນຕົກໜັກ ແລະ ຄື້ນຟອງທະເລຂະໜາດໃຫຍ່ເທົ່ານັ້ນ, ທ້ອງຖິ່ນຕ່າງໆໃນທົ່ວປະເທດມຽນມາກໍໄດ້ຮັບຜົນກະທົບຈາກພາຍຸໄຕ້ຝຸ່ນດັ່ງກ່າວເຊັ່ນດຽວກັນ.

ໂດຍໄດ້ຮັບຜົນກະທົບຈາກພາຍຸໄຕ້ຝຸ່ນ “ໂມຈາ”, ວັນທີ 14 ພຶດສະພານີ້, ນະຄອນຫຼວງເນປີດໍ, ແຂວງອີຣະວະດີ, ແຂວງຢາງກຸ້ງ ແລະ ແຂວງຕານິນທາອາຢີຂອງມຽນມາ ລ້ວນແຕ່ມີລົມພັດແຮງ ແລະ ເກີດຝົນຕົກໜັກ.

ປັດຈຸບັນ, ຖ້ຽວບິນເຂົ້າ-ອອກລັດຍະໄຄ ລ້ວນແຕ່ຖືກໂຈະ, ເຮືອຢູ່ເຂດແຄມຝັ່ງທະເລຫ້າມບໍ່ໃຫ້ອອກທະເລ, ພາກສ່ວນອຸຕຸນິຍົມມຽນມາອອກຄຳແຈ້ງເຕືອນວ່າ: ໃນໄລຍະພາຍຸໄຕ້ຝຸ່ນຂະໜາດໃຫຍ່ “ໂມຈາ” ພັດຜ່ານມຽນມາ, ປະຊາຊົນບໍ່ຄວນອອກໄປທາງນອກ ແລະ ທຳການກຽມພ້ອມເພື່ອຮັກສາຄວາມປອດໄພ.