ຂະບວນລົດໄຟໂດຍສານສາກົນຈີນ-ລາວເປີດການບໍລິການຄົບຮອບ 1 ເດືອນ ໄດ້ຂົນສົ່ງຜູ້ໂດຍສານຂ້າມຊາຍແດນຫຼາຍກວ່າ 1 ໝື່ນເທື່ອຄົນ

CRI, May 17, 2023
Size:


ນັບມາຮອດວັນທີ 13 ພຶດສະພານີ້,ຂະບວນລົດໄຟໂດຍສານສາກົນ ຈີນ-ລາວໄດ້ເປີດການບໍລິການຄົບຮອບ 1 ເດືອນແລ້ວ, ປະລິມານການຂົນສົ່ງຜູ້ໂດຍສານຂ້າມຊາຍແດນໄດ້ບັນລຸຫຼາຍກວ່າ 1 ໝື່ນເທື່ອຄົນ ເຊິ່ງໄດ້ເສີມຂະຫຍາຍບົດບາດທີ່ພົ້ນເດັ່ນໃນຖານະທີ່ເປັນເສັ້ນທາງໃຫຍ່ລະດັບສາກົນ.

ການເປີດລົດໄຟໂດຍສານສາກົນຈີນ-ລາວໃນວັນທີ 13 ເມສາຜ່ານມາໄດ້ຮັບຄວາມຊົມເຊີຍຈາກປະຊາຊົນຂອງສອງປະເທດຈີນແລະລາວ, ນັບແຕ່ໄດ້ເປີດການບໍລິການເປັນເວລາ 1 ເດືອນມານີ້, ການຂົນສົ່ງຂ້າມຊາຍແດນຂອງທາງລົດໄຟຈີນ-ລາວໄດ້ມີທ່າອ່ຽງທີ່ດີໃນດ້ານການຂົນສົ່ງຜູ້ໂດຍສານແລະວັດຖຸສິນຄ້າ ເຊິ່ງບໍ່ພຽງແຕ່ໄດ້ສ້າງຄວາມສະດວກໃຫ້ແກ່ປະຊາຊົນຢູ່ລຽບຕາມເສັ້ນທາງລົດໄຟໃນການອອກເດີນທາງແລະຊຸກຍູ້ການພັດທະນາຂະແໜງການທ່ອງທ່ຽວຂອງສອງປະເທດເທົ່ານັ້ນ,ຫາກຍັງມີຄວາມໝາຍອັນສຳຄັນທີ່ສຸດຕໍ່ການຊຸກຍູ້ການໄປມາຫາສູ່ກັນດ້ານເສດຖະກິດການຄ້າລະຫວ່າງສອງປະເທດແລະການພັດທະນາທີ່ມີຄຸນນະພາບສູງໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ອີກດ້ວຍ. ນັບແຕ່ໄດ້ເປີດການບໍລິການເປັນເວລາ 1 ເດືອນມານີ້, ຜູ້ໂດຍສານທີ່ເຂົ້າອອກເມືອງນັບມື້ນັບເພີ່ມຂຶ້ນ, ຈຳນວນຜູ້ໂດຍສານທີ່ຜ່ານດ່ານຕໍ່ມື້ໄດ້ຈາກປະມານ 370 ຄົນຕໍ່ມື້ໃນອາທິດທຳອິດຫຼັງການເປີດການບໍລິການເພີ່ມຂຶ້ນເປັນປະມານ 490 ຄົນຕໍ່ມື້ໃນປັດຈຸບັນ. ພາກສ່ວນທາງລົດໄຟໄດ້ເປີດການນຳໃຊ້ຂະບວນລົດໄຟຖ້ຽວໄປກັບທັງໝົດ 30 ຄູ່, ອັດຕາຖືກໂມງຂອງລົດໄຟບັນລຸເຖິງ 100%. ພາກສ່ວນດ່ານກວດກາຊາຍແດນແລະດ່ານພາສີແຂວງຢຸນນານໄດ້ກວດກາຂະບວນລົດໄຟເຂົ້າອອກເມືອງທັງໝົດ 60 ຖ້ຽວ, ກວດກາແລະອະນຸຍາດໃຫ້ຜູ້ໂດຍສານຈາກ 28 ປະເທດໃນໂລກເຂົ້າອອກເມືອງຈີນ 13.310 ເທື່ອຄົນ, ໃນນັ້ນ, ຈຳນວນຄົນເຂົ້າເມືອງ 7.024 ເທື່ອຄົນ, ອອກເມືອງ 6.286 ເທື່ອຄົນ, ຈຳນວນຄົນເຂົ້າເມືອງຫຼາຍກວ່າຄົນອອກເມືອງ 11,7%.