ໜ່ວຍງານໂຄສະນາເຜີຍແຜ່ກົດໝາຍແມ່ຍິງ LM ຈັດກິດຈະກໍາໂຄສະນາເຜີຍແຜ່ກົດໝາຍ

lmcchina.org, May 15, 2023
Size:

ໃນຫວ່າງບໍ່ດົນມານີ້, ໜ່ວຍງານໂຄສະນາເຜີຍແຜ່ກົດໝາຍແມ່ຍິງ LM  ທີ່ຈັດຕັ້ງໂດຍສະຖານີຕຳຫຼວດຊາຍແດນກ່ວນເລ ໜ່ວຍຄຸ້ມຄອງຊາຍແດນກິ່ງແຂວງສິບສອງພັນນາ ໄດ້ຈັດກິດຈະກໍາໂຄສະນາເຜີຍແຜ່ກົດໝາຍຢູ່ ກຸ່ມບ້ານເມືອງຢວນ ຕາແສງກ່ວນເລ ເມືອງຫຼ້າ.

ກິດຈະກໍາຄັ້ງນີ້, ໜ່ວຍງານເຜີຍແຜ່ກົດໝາຍໄດ້ແຈກປຶ້ມໂຄສະນາເຜີຍແຜ່ກົດໝາຍ, ຕອບຄຳຖາມກັບທີ່ ແລະ ອະທິບາຍຂໍ້ຂັດຂ້ອງຂອງປະຊາຊົນ ດ້ວຍສອງພາສາ ຄື ພາສາຈີນກາງ ແລະ ພາສາໄຕລື້, ໄດ້ໃຫ້ການຊີ້ນໍາແກ່ປະຊາຊົນໃນການສະກັດກັ້ນ ແລະ ປ້ອງກັນບໍ່ໃຫ້ຖືກຕົ້ມຕົວະທາງໂທລະຄົມສື່ສານອອນລາຍ, ປະຕິເສດການຕີກັນ ກໍຄື ການຮູ້ຈັກ ແລະ ປ້ອງກັນບັນຫາຢາເສບຕິດ ເປັນຕົ້ນ, ປູກຈິດສຳນຶກ ແລະ ແນວຄວາມຄິດໃຫ້ມວນຊົນຮັບຮູ້ກ່ຽວກັບການເພີ່ມຄວາມຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບກົດໝາຍ, ເຄົາລົບກົດໝາຍ ແລະ ໝູນໃຊ້ກົດໝາຍຢ່າງຖືກຕ້ອງ, ສົ່ງເສີມໃຫ້ມວນຊົນໃນເຂດທີ່ຂຶ້ນກັບການປົກຄອງຂອງຕົນດຳ ເນີນການຜະລິດຢ່າງຖືກຕ້ອງຕາມກົດໝາຍ ແລະ ດຳເນີນທຸລະກິດຢ່າງຖືກຕ້ອງຕາມລະບຽບການ, ບໍ່ເຂົ້າຮ່ວມການເຄື່ອນໄຫວອາຊະຍາກຳ ແລະ ການກະທຳຜິດກົດໝາຍຕ່າງໆ ດ້ວຍຄວາມຕື່ນຕົວ ແລະ ແຈ້ງຕຳຫຼວດປະຊາຊົນປະຈຳເຂດຊຸມຊົນທັນທີໃນເວລາພົບເຫັນເບາະແສຂອງການເຄື່ອນໄຫວອາຊະຍາກຳ ແລະ ການກະທຳຜິດກົດໝາຍຕ່າງໆ ເພື່ອຮ່ວມກັນຮັກສາຄວາມສະຫງົບ ແລະ ຄວາມໝັ້ນຄົງຂອງຊາຍແດນ.

ກິດຈະກໍາຄັ້ງນີ້ ຍັງໄດ້ແຈກເອກະສານເຜີຍແຜ່ເຖິງ 800 ກວ່າສະບັບ ແລະ ໄດ້ຕອບຄຳຖາມກ່ຽວກັບກົດໝາຍໃຫ້ແກ່ປະຊາຊົນຈຳນວນ 300 ກວ່າຄົນ.