ຊຸດຝຶກອົບຮົມນັກຂ່າວຈາກປະເທດ LM ຄັ້ງທີ 2 ຈັດຂຶ້ນທີ່ນະຄອນຫຼວງພະນົມເປັນ

lmcchina.org, May 15, 2023
Size:

ໃນວັນທີ 26 ເມສາທີ່ຜ່ານມາ, ທີ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ,  ລາຊະບັນດິດສະພາດ້ານວິທະຍາສາດ ແລະ ສະໂມສອນນັກຂ່າວ ປະເທດກຳປູເຈຍໄດ້ຮ່ວມກັນດໍາເນີນການຊຸດຝຶກອົບຮົມຄັ້ງທີ 2 ສໍາລັບນັກຂ່າວຈາກປະເທດ LM ເປັນເວລາ 3 ມື້, ເຊິ່ງ ມີນັກຂ່າວຈຳນວນ 60 ກວ່າທ່ານຈາກ 6 ປະເທດ LM ເຂົ້າຮ່ວມ.

ທ່ານ Kin Phea, ຫົວໜ້າສະຖາບັນຄົ້ນຄວ້າການພົວພັນສາກົນ ລາຊະບັນດິດສະພາດ້ານວິທະຍາສາດແຫ່ງຣາຊະອານາຈັກກຳປູເຈຍ ໄດ້ກ່າວວ່າ ການຈັດຊຸດຝຶກອົບຮົມຄັ້ງນີ້ມີຈຸດປະສົງແນໃສ່ຊ່ວຍໃຫ້ນັກຂ່າວຈາກ 6 ປະເທດ LM ໃຫ້ມີຄວາມຮູ້ ກ່ຽວກັບສະພາບການເມືອງ, ເສດຖະກິດ, ວັດທະນະທຳ ແລະ ສັງຄົມຂອງພາກພື້ນນີ້ ຫຼາຍກວ່າເກົ່າ ແລະ ຊ່ວຍໃຫ້ສື່ມວນຊົນຂອງພາກພື້ນນີ້ສາມາດເຂົ້າຮ່ວມ ແລະຊຸກຍູ້ສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ LM ໃຫ້ໄດ້ດີກວ່າເກົ່າ.

ທ່ານຍັງໄດ້ກ່າວວ່າ ນັກຂ່າວທີ່ເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້ ຈະໄດ້ຮັບຮູ້ຢ່າງເລິກເຊິ່ງກ່ຽວກັບລະບອບການເມືອງ, ເສດຖະກິດ ແລະ ສະພາບແວດລ້ອມທາງສັງຄົມຂອງປະເທດ LM ກໍຄື ຂອບການຮ່ວມມື LM, ເຊິ່ງຊຸດຝຶກອົບຮົມຄັ້ງນີ້ຈະເປັນເວທີສຳຄັນໃນການແບ່ງປັນ ແລະ ແລກປ່ຽນຂໍ້ມູນທີ່ກ່ຽວຂ້ອງລະຫວ່າງນັກຂ່າວໃນພາກພື້ນນີ້.