ມຽນມາຕັ້ງໜ້າຮັບມືກັບລົມພາຍຸເຂດຮ້ອນ “ມໍຊາ” ທີ່ຈະຂຶ້ນບົກໃນໄວໆນີ້

CRI, May 15, 2023
Size:

ຕາມຂ່າວCRI: ຍ້ອນວ່າລົມພາຍຸເຂດຮ້ອນ “ມໍຊາ” ຈະຂຶ້ນບົກຢູ່ມຽນມາໃນໄວໆນີ້, ລັດຖະບານມຽນມາໄດ້ຍົກລະດົບການເຕືອນໄພລົມພາຍຸເຂດຮ້ອນຢູ່ 7 ຕາແສງຂອງແຂວງເຣຄີນທີ່ພາກຕາເວັນຕົກເປັນລະດັບສູງສຸດໃນວັນທີ 12ພຶດສະພານີ້.

ພາກສ່ວນອຸຕຸນິຍົມມຽນມາຄາດຄະເນວ່າ, ລົມພາຍຸເຂດຮ້ອນ “ມໍຊາ” ຈະຂຶ້ນບົກຢູ່ເຂດແຄມທະເລຂອງມຽນມາໃນວັນທີ14 ພຶດສະພານີ້, ຄວາມໄວສູງສຸດຈະບັນລຸເຖິງ 177 ກິໂລແມັດຕໍ່ຊົ່ວໂມງ, ກະແສນ້ຳທະເລຈະສູງເຖິງ 4,87 ແມັດໃນເວລາລົມແຮງທີ່ສຸດ, ຄາດຄະເນວ່ານີ້ຈະແມ່ນລົມພາຍຸເຂດຮ້ອນທີ່ຮຸນແຮງທີ່ສຸດໃນຮອບ 10 ປີຜ່ານມາຢູ່ມຽນມາ. ພາກສ່ວນອຸຕຸນິຍົມໄດ້ເຕືອນໃຫ້ປະຊາຊົນຢູ່ເຂດພູດອຍຕ້ອງລະວັງຝົນຕົກແຮງແລະໄພດິນພູເຈື່ອນ, ຢູ່ເຂດແຄມທະເລຕ້ອງລະວັງກະແສນ້ຳທະເລສູງ.

ທ່ານອາຍ ມາງ, ເຈົ້າໜ້າທີ່ແຂວງເຣຄີນບອກນັກຂ່າວວ່າ, ລັດຖະບານໄດ້ປະກາດການເຕືອນໄພລົມພາຍຸເຂດຮ້ອນ, ມວນຊົນຢູ່ເຂດທີ່ມີຄວາມອັນຕະລາຍສູງໄດ້ຍົກຍ້າຍໄປບ່ອນລີ້ໄພລົມພາຍຸເຂດຮ້ອນແລະສະຖານທີ່ປອດໄພອື່ນໆ.