ຈັດການຊ້ອມຮົບຮ່ວມ ລາວ - ຈີນ “ໂລ້ກໍາບັງມິດຕະພາບ-2023”

CRI, May 12, 2023
Size:

 

    ຕອນເຊົ້າວັນທີ 11 ພຶດສະພານີ້, ພິທີເປີດການຊ້ອມຮົບຮ່ວມ ລາວ - ຈີນ “ໂລ້ກໍາບັງມິດຕະພາບ-2023” ໄດ້ຈັດຂຶ້ນຢູ່ວິທະຍາຄານນາຍທະຫານບົກກົມມະດຳ. ສະຫາຍພົນຕີ ຢາງເຫວີນຫລີນ ຮອງຫົວໜ້າແມ່ທັບ 75 ເຂດທະຫານພາກໃຕ້ ສປ ຈີນ, ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໄດ້ກ່າວຄໍາປາໄສໃນທີພິທີເປີດ, ໂດຍມີທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈໍາລາວ, ເຈົ້າໜ້າທີ່ການທະຫານສະຖານທູດຈີນປະຈໍາລາວ, ພ້ອມດ້ວຍແຂກ, ນາຍ ແລະ ພົນທະຫານສອງກອງທັບຈີນ-ລາວເຂົ້າຮ່ວມ.

    ການຊ້ອມຮົບຮ່ວມລາວ - ຈີນ “ໂລ້ກໍາບັງມິດຕະພາບ-2023” ແມ່ນການຊ້ອມຮົບຮ່ວມເປັນຄັ້ງທໍາອິດລະຫວ່າງສອງກອງທັບຈີນ-ລາວທີ່ຖືການເຝິກຊ້ອມ ການຕໍ່ຕ້ານກຸ່ມປະກອບອາວຸດທີ່ລະເມີດກົດໝາຍຂ້າມຊາດຢູ່ທີ່ພູຜາປ່າໄມ້ເຂດຊາຍແດນເປັນການເຄື່ອນໄຫວຫຼັກ, ແມ່ນພຶດຕິກໍາຕົວຈິງຂອງສອງກອງທັບໃນການເພີ່ມທະວີການຮ່ວມມືດ້ານການປ້ອງກັນປະເທດ ແລະ ແລະ ຄວາມໝັ້ນຄົງ, ມີຈຸດປະສົງເພື່ອຍົກສູງຄວາມສາມາດການເຄື່ອນໄຫວຮ່ວມດ້ານການຕໍ່ຕ້ານການກໍ່ການຮ້າຍລະຫວ່າງສອງກອງທັບ, ມີຄວາມໝາຍຄວາມສໍາຄັນໃນການເພີ່ມທະວີມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ແລະ ການແລກປ່ຽນຮ່ວມມືລະຫວ່າງສອງກອງທັບ, ເພີ່ມພະລັງແຮງອັນເຂັ້ມແຂງເຂົ້າໃນການສ້າງສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.   ການຊ້ອມຮົບຮ່ວມຄັ້ງນີ້ຈະດໍາເນີນໄປຈົນຮອດທ້າຍເດືອນພຶດສະພານີ້.