ກອງປະຊຸມສຸດຍອດອາຊຽນຄັ້ງທີ 42 ຈັດຂຶ້ນຢູ່ອິນໂດເນເຊຍ

CRI, May 11, 2023
Size:

ຕອນເຊົ້າວັນທີ 10 ພຶດສະພານີ້, ກອງປະຊຸມສຸດຍອດອາຊຽນຄັ້ງທີ 42 ຈັດຂຶ້ນຢູ່ແຂວງນູຊາຕັງກາຣາຕາເວັນອອກຂອງອິນໂດເນເຊຍ.

ອິນໂດເນເຊຍແຈ້ງໃຫ້ຮູ້ວ່າ: ໂດຍຜະເຊີນໜ້າກັບສະພາບການສາກົນທີ່ສັບສົນແລະສະພາບ ຄວາມເຄັ່ງຕຶງທາງການເມືອງຢູ່ພາກພື້ນ, ອິນໂດເນເຊຍຈະອອກແຮງເຮັດໃຫ້ອາຊຽນກາຍເປັນພາກພື້ນທີ່ມີສະຖຽນລະພາບແລະສັນຕິພາບ. ນອກຈາກນີ້, ກອງປະຊຸມສຸດຍອດຄັ້ງນີ້ຈະສຸມໃສ່ໃຫ້ຄວາມສົນໃຈຕໍ່ການພັດທະນາເສດຖະກິດຢູ່ອາຊຽນ, ຊຸກຍູ້ໃຫ້ເສດຖະກິດເຕີບໂຕຢ່າງຍາວນານ, ກວມລວມແລະຍືນຍົງ. ສະນັ້ນ, ອາຊຽນຕ້ອງສ້າງຕັ້ງລະບົບສາທາລະນະສຸກພາກພື້ນທີ່ໝັ້ນຄົງ, ປ້ອງກັນຄວາມໝັ້ນຄົງດ້ານທັນຍາຫານແລະພະລັງງານ, ແລະຮັກສາສະຖຽນລະພາບດ້ານການເງິນ.

ອິນໂດເນເຊຍຍັງເນັ້ນໜັກເຖິງການເພີ່ມທະວີຄວາມສາມາດແລະປະສິດທິຜົນຂອງອາຊຽນ, ເຮັດໃຫ້ອາຊຽນມີກຳລັງແກ້ງແຍ້ງຫຼາຍກວ່າເກົ່າ ເພື່ອຮັບມືກັບສິ່ງທ້າທາຍໃນອີກ 20 ປີຂ້າງໜ້າ.