ໄທສະໜັບສະໜູນອາຊຽນນຳໃຊ້ສະກຸນເງິນຂອງຕົນດຳເນີນການຊື້ຂາຍ

CRI, May 11, 2023
Size:

    ວັນທີ 9 ພຶດສະພານີ້, ລັດຖະບານໄທໄດ້ອະນຸມັດຮ່າງຖະແຫຼງການສະບັບໜຶ່ງເພື່ອສະໜັບສະໜູນການນຳໃຊ້ສະກຸນເງິນຂອງຕົນໃນການຊື້ຂາຍພາຍໃນພາກພື້ນອາຊຽນ.

    ທ່ານນາງຣັດຊະດາ ທະນາດິເຣກ ຮອງສຳນັກງານນາຍົກລັດຖະມົນຕີໄທກ່າວວ່າ: ມື້ດຽວກັນ, ກອງປະຊຸມລັດຖະບານໄທໄດ້ອະນຸມັດຮ່າງຖະແຫຼງການຂອງຜູ້ນຳອາຊຽນກ່ຽວກັບການຊຸກຍູ້ລະບົບການຈ່າຍໃນພາກພື້ນເຊື່ອມຕໍ່ກັນ ແລະ ການຊື້ຂາຍດ້ວຍສະກຸນເງິນຂອງຕົນ. ໃນໄລຍະກອງປະຊຸມສຸດຍອດອາຊຽນຄັ້ງທີ 42 ທີ່ຈະຈັດຂຶ້ນຢູ່ອິນໂດເນເຊຍ, ຜູ້ນຳອາຊຽນຈະຮັບຮອງຮ່າງຖະແຫຼງການສະບັບນີ້ໃນວັນທີ 11 ພຶດສະພານີ້.

    ທ່ານນາງຣັດຊະດາ ທະນາດິເຣກກ່າວຕື່ມວ່າ:ຮ່າງຖະແຫຼງການສະບັບນີ້ມຸ່ງໜ້າສູ່ເປົ້າໝາຍເສດຖະກິດອາຊຽນຫັນເປັນອັນໜຶ່ງອັນດຽວກັນ, ຈະມີຜົນດີຊຸກຍູ້ການເຕີບໂຕດ້ານເສດຖະກິດ ແລະ ການຊື້ຂາຍດ້ານການເງິນທີ່ໝັ້ນທ່ຽງຂອງອາຊຽນ ພ້ອມທັງຈະຮັກສາບໍ່ໃຫ້ຖືກຜົນກະທົບຍ້ອນການເໜັງຕີງຈາກສະພາບພາຍນອກ.