ເຜີຍແຜ່ ຂອບຍຸດທະສາດ ແລະ ປະຕິບັດງານ ກ່ຽວກັບການຮ່ວມມື ດ້ານສິ່ງແວດລ້ອມຕາມລຳແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄລຍະປີ 2023 – 2027

lmcchina.org, May 10, 2023
Size:

ກິດຈະກຳ ສັບປະດາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຫາກໍອັດລົງເມື່ອບໍ່ດົນນີ້, ກິດຈະກໍາເຜີຍແຜ່ ຂອບຍຸດທະສາດ ແລະ ປະຕິບັດງານ ກ່ຽວກັບການຮ່ວມມື ດ້ານສິ່ງແວດລ້ອມຕາມລຳແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄລຍະປີ 2023 – 2027 ກໍໄດ້ຈັດຂຶ້ນ ທີ່ນະຄອນຫຼວງປັກກິ່ງ ເຊິ່ງເປັນກິດຈະກໍາໜຶ່ງໃນສັບປະດາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ.

ທ່ານ ຊຸນເຊັຍເຟິງ ຫົວໜ້າກົມຮ່ວມມືສາກົນ ກະຊວງສິ່ງແວດລ້ອມນິເວດ ແຫ່ງ ສປ ຈີນ, ທ່ານ ເກີງຊົງ ຜູ້ຕາງໜ້າ ກອງເລຂາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແຫ່ງ ສປ ຈີນ, ທ່ານ ລີ ຢົງຮົງ ຮອງຫົວໜ້າ ສູນການຮ່ວມມືດ້ານສິ່ງແວດລ້ອມຕາມລຳແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ສູນການຮ່ວມມື ແລະ ການແລກປ່ຽນກັບຕ່າງປະເທດ ກະຊວງສິ່ງແວດລ້ອມນິເວດ ແຫ່ງ ສປ ຈີນ , ທ່ານ ສຸກສະໝອນ ພະທໍາມະວົງ ຮອງຫົວໜ້າກົມແຜນການ ແລະ ການເງິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ, ທ່ານ ອັງແກວແມວ ຮອງຫົວໜ້າກົມອະນຸລັກສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ອະນຸລັກສິ່ງແວດລ້ອມ ແຫ່ງ ສສ ມຽນມ້າ, ຜູ້ຕາງ ໜ້າຈາກກະຊວງສິ່ງແວດລ້ອມ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ຜູ້ຕາງໜ້າຈາກກະ ຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ຣາຊະອານາຈັກໄທ, ແລະ ຜູ້ຕາງໜ້າຈາກສະຖານທູດ ສສ ຫວຽດນາມ ປະຈໍາ ສປ ຈີນ ໄດ້ຮ່ວມຮັບຟັງການເຜີຍແຜ່ເອກະສານດັ່ງກ່າວໃນຄັ້ງນີ້.

ໃນກອງປະຊຸມການເຜີຍແຜ່, ທ່ານ ລີ ຢົງຮົງ ກ່າວວ່າ, ເພື່ອຊຸກຍູ້ການຮ່ວມມືໃນພາກພື້ນໃຫ້ມີຄວາມເລິກເຊິ່ງຕື່ມອີກບາດກ້າວໜຶ່ງ, ສູນຮ່ວມມືສາກົນໄດ້ລິເລີ່ມວຽກງານການຮຽບຮຽງຍຸດທະສາດໄລຍະໃໝ່ ນັບແຕ່ເດືອນມັງກອນ ປີ 2022. ເຊື່ອໝັ້ນວ່າໃນ 5 ປີ ຕໍ່ໜ້ານີ້, ພາຍໃຕ້ການຊີ້ນໍາ ຂອງ ຍຸດທະສາດການຮ່ວມມືດ້ານສິ່ງແວດລ້ອມ ໄລຍະໃໝ່, ການຮ່ວມມືດ້ານສິ່ງແວດລ້ອມ ຕາມລໍາແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ ຈະເປັນກຳລັງແຮງຊຸກຍູ້ການຈັດຕັ້ງປະຕິບັດ ຂໍ້ລິເລິ່ມການພັດທະນາທົ່ວໂລກ ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ຂອງ ສະຫະປະຊາຊາດ ຮອດປີ 2030 ໃຫ້ປະກົດຜົນເປັນຈິງ ໂດຍປິ່ນອ້ອມ 5 ຂົງເຂດບູລິມະສິດ ຄື: ການສົນທະນາໂຕະມົນ ແລະ ການສ້າງຂີດຄວາມອາດສາມາດ, ການຄຸ້ມຄອງບໍລິຫານລະບົບນິເວດ ແລະການປົກປັກຮັກສາຄວາມຫຼາກຫຼາຍຂອງລະບົບນິເວດ, ການປັບໂຕ ແລະ ການຫຼຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ, ການປັບປຸງຄຸນນະພາບສິ່ງແວດລ້ອມ, ການຮ່ວມແບ່ງປັນຄວາມຮູ້ ແລະ ການຍົກສູງສະຕິໃນຂົງເຂດດັ່ງກ່າວ.

ຂອບຍຸດທະສາດສະບັບນີ້ ເປັນເອກະສານຊັ້ນຍອດຂອງການຮ່ວມມືດ້ານສິ່ງແວດ ລ້ອມ ຕາມລຳແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄລຍະທີ 2, ເຊິ່ງການເຜີຍແຜ່ ແລະ ຈັດຕັ້ງປະຕິບັດເນື້ອໃນດັ່ງກ່າວ ຈະເປັນເສົາຄໍ້າທີ່ເປັນໝາກຜົນອັນສຳຄັນ ແກ່ກອງປະຊຸມຜູ້ນໍາຂອບການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຄັ້ງທີ 4 ແລະ ແຜນປະຕິບັດງານກ່ຽວກັບການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄລຍະ 5 ປີ ແຕ່ປີ 2023-2027.