ຫວ່າງມໍ່ໆມານີ້, ຢູ່ອາຊີຕາເວັນອອກສຽງໃຕ້ຫຼາຍປະເທດ ຄືລາວ, ໄທ, ຫວຽດນາມ, ມຽນມາເປັນຕົ້ນມີອາກາດຮ້ອນແຮງໄດ້ສ້າງສະຖິຕິໃນປະຫວັດສາດ. ໃນນັ້ນ, ນັບຕັ້ງແຕ່ຕົ້ນເດືອນເມສາແລ້ວນີ້ເປັນຕົ້ນມາ ອຸນຫະພູມສະເລ່ຍສູງສຸດຢູ່ໄທແມ່ນສູງເຖິງ 40 ອົງສາໃນທົ່ວປະເທດ, ຖ້າຢູ່ໃນຕົວເມືອງຈະສູງຫຼາຍ ສູງກວ່າ 50 ອົງສາ.
ເດືອນເມສາແລະພຶດສະພາຂອງທຸກປີແມ່ນໄລຍະທີ່ມີສະພາບອາກາດຮ້ອນທີ່ສຸດຢູ່ອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້, ເພາະວ່າກ່ອນຈະຮອດລະດູຝົນ, ອຸນຫະພູມຈະສູງຂຶ້ນ.ຊ່ຽວຊານອຸຕຸນິຍົມແຈ້ງເຕືອນວ່າ, ຄຽງຄູ່ກັບດິນຟ້າອາກາດມີການປ່ຽນແປງຮ້າຍແຮງຂຶ້ນ, ອຸນຫະພູມສູງແບບບໍ່ເຄີຍມີມາກ່ອນຈະນັບມື້ນັບມີຫຼາຍຂຶ້ນ.