ປະລິມານການສົ່ງອອກທຸລຽນຂອງໄທຄາດວ່າຈະທໍາສະຖິຕິສູງໃໝ່ໂດຍ ຜ່ານການຂີ່ລົດໄຟລາວ-ຈີນ

Yunnan Gateway, May 10, 2023
Size:

ໄລຍະນີ້ພວມເປັນໄລຍະການເກັບກ່ຽວ ແລະ ຈຳໜ່າຍທຸລຽນອັນຟົດຟື້ນຂອງປະເທດໄທ, ຫຼັງຈາກການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນແລ້ວ ມີບໍລິສັດການສົ່ງອອກທຸລຽນຂອງໄທ ຈຳນວນບໍ່ໜ້ອຍເລືອກສົ່ງອອກທຸລຽນໂດຍຜ່ານເສັ້ນທາງລົດໄຟລາວ-ຈີນ, ເຊິ່ງເວລາການຂົນສົ່ງຈາກບາງບ່ອນໃນປະເທດໄທມາເຖິງນະຄອນຄຸນໝິງແຂວງຢຸນນານ ສປ ຈີນ ໃຊ້ເວລາພຽງ 3 ມື້, ເມື່ອທຽບກັບການຂົນສົ່ງທາງທະເລຕ້ອງໃຊ້ເວລາເຖິງ 7 ມື້ ແລະ ການຂົນສົ່ງທາງຫຼວງຕ້ອງໃຊ້ເວລາ 5 ມື້.

ເວລາການຂົນສົ່ງຫຼຸດໜ້ອຍລົງ, ຈຶ່ງເຮັດໃຫ້ອັດຕາການສູນເສຍຈາກການຂົນສົ່ງກໍຫຼຸດລົງຢ່າງຈະແຈ້ງ. ຕາມສະຖິຕິຂອງກະຊວງການຄ້າປະເທດໄທໄດ້ໃຫ້ຮູ້ວ່າ, ປະເທດຈີນເປັນຕະຫຼາດການສົ່ງອອກທຸລຽນທີ່ໃຫຍ່ທີ່ສຸດຂອງໄທເມື່ອປີ 2022, ເຊິ່ງກວມອັດຕາສ່ວນຫຼາຍກວ່າ 96% ການສົ່ງອອກລວມທັງໝົດຂອງໄທ. ມີຄວາມຄາດໝາຍວ່າ, ປະລິມານການສົ່ງອອກທຸລຽນຂອງປະເທດໄທໃນປີ 2023 ອາດຈະບັນລຸສະຖິຕິສູງໃໝ່ ພາຍໃຕ້ການຊຸກຍູ້ຊ່ວຍເຫຼືອຂອງເສັ້ນທາງລົດໄຟລາວ-ຈີນ.