ງານກິລາຊີເກມຄັ້ງທີ 32 ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນຂອງກຳປູເຈຍ

CRI, May 8, 2023
Size:

ວັນທີ 5 ພຶດສະພານີ້, ງານກິລາຊີເກມຄັ້ງທີ 32 ຈັດຂຶ້ນຢູ່ສະໜາມກິລາແຫ່ງຊາດທີ່ນະຄອນຫຼວງພະນົມເປັນຂອງກຳປູເຈຍ, ນີ້ແມ່ນເທື່ອທຳອິດທີ່ກຳປູເຈຍເປັນເຈົ້າພາບຈັດງານມະຫະກຳກິລາທີ່ມີລັກສະນະສັງລວມຂອງພາກພື້ນອາຊີຕາເວັນອອກສຽງໃຕ້ທີ່ສອງປີໃດຈັດຂຶ້ນເທື່ອໜຶ່ງ.

ຄຳຂວັນງານກິລາຊີເກມຄັ້ງນີ້ແມ່ນ “ກິລາ: ຢູ່ຮ່ວມກັນໂດຍສັນຕິ”(Sport: Live in Peace). ທ່ານຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍໄດ້ເປັນເຈົ້າພາບຈັດພິທີເປີດງານ. ທ່ານຮຸນເຊນກ່າວວ່າ: ກິລາຄົງຕົວໃນທ່າມກາງສັນຕິພາບ, ສັນຕິພາບແມ່ນເພື່ອໝົດທຸກຄົນ, ກິລາກໍແມ່ນເພື່ອສັນຕິພາບ.

ງານກິລາຊີເກມຄັ້ງນີ້ລວມມີການແຂ່ງຂັນ 36 ລາຍການ, ຈະອັດລົງໃນວັນທີ 17 ພຶດສະພານີ້, ມີນັກກິລາ, ຄູເຝິກ, ກຳມະການຕັດສິນແລະເຈົ້າໜ້າທີ່ທັງໝົດໝື່ນກວ່າຄົນທີ່ມາຈາກ 11 ປະເທດແລະເຂດແຄວ້ນຂອງອາຊີຕາເວັນອອກສຽງໃຕ້ເຂົ້າຮ່ວມງານ.