ການຊ້ອມຮົບຮ່ວມ “ເກາະປ້ອງກັນມິດຕະພາບ-2023” ຈະຈັດຂຶ້ນໃນໄວໆນີ້, ກອງທະຫານຈີນທີ່ຈະເຂົ້າຮ່ວມການຊ້ອມຮົບໄດ້ອອກເດີນທາງແລ້ວ

CRI, May 8, 2023
Size:

ໂດຍຜ່ານການເປິກສາຫາລືລະຫວ່າງສອງກອງທັບຂອງທັງສອງປະເທດຈີນແລະລາວ, ການຊ້ອມຮົບຮ່ວມ “ເກາະປ້ອງກັນມິດຕະພາບ-2023” ຈະຈັດຂຶ້ນຢູ່ສະໜາມເຝິກຊ້ອມແຫ່ງໜຶ່ງຂອງວິທະຍາຄານກົມມະດຳ ຂອງກອງທັບປະຊາຊົນລາວ ລະຫວ່າງວັນທີ 9 ຫາ 28 ພຶດສະພານີ້. ວັນທີ 4 ພຶດສະພານີ້, ກອງທະຫານຈີນທີ່ຈະເຂົ້າຮ່ວມການຊ້ອມຮົບຄັ້ງນີ້ ໄດ້ຈັດພິທີສົ່ງຢູ່ສະໜາມເຝິກຊ້ອມສັງລວມແຫ່ງໜຶ່ງທີ່ພູພຽງພາກຕາເວັນອອກແຂວງຢຸນນານ.

ການຊ້ອມຮົບຮ່ວມ “ເກາະປ້ອງກັນມິດຕະພາບ-2023” ແມ່ນມາດຕະການລະອຽດ ແຫ່ງການປະຕິບັດ “ຖະແຫຼງການຮ່ວມຂອງສອງປະເທດກ່ຽວກັບການລົງເລິກການສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວຕື່ມອີກ”, ມີຈຸດປະສົງເພື່ອປັບປຸງແລະພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດຈີນ-ລາວ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນ, ເປີດກວ້າງການໄປມາຫາສູ່ກັນດ້ານການທະຫານລະຫວ່າງສອງປະເທດ, ກວດກາແລະຍົກສູງຄວາມສາມາດສູ້ຮົບຮ່ວມກັນຂອງກອງທະຫານຈີນແລະລາວ.